• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຣານ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຈີນ

ວັນທີ 12 ກຸມພາ, ກະຊວງການຕ່າງປະເທດ ຈີນ ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ອີຣານ Ebrahim Raisi ຈະເດີນທາງໄປຢ້ຽມຢາມ ຈີນ ໃນລະຫວ່າງວັນທີ 14 - 16 ກຸມພາ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຈີນ ສີຈິ້ນຜິງ.
  ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ Ebrahim Raisi (ພາບ: IRNA/TTXVN)  

ຕາມສຳນັກຂ່າວສານແຫ່ງລັດ IRNA ຂອງ ອີຣານ ແລ້ວ, ການຢ້ຽມຢາມ ຈີນ ຂອງທ່ານປະທານາທິບໍດີ Ebrahim Raisi ຄັ້ງນີ້ ກໍເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງຝ່າຍ. ການນຳສອງປະເທດ ຄາດວ່າ ຈະດຳເນີນການພົບປະເຈລະຈາສະເພາະ ແລະ ຄະນະຕ່າງໆຂອງສອງປະເທດ ຈະລົງນາມໃນບັນດາເອກະສານຮ່ວມມື. ທ່ານປະທານາທິບໍດີ Ebrahim Raisi ກໍຈະພົບປະກັບນັກທຸລະກິດສອງປະເທດ.

ປັດຈຸບັນ, ຈີນ ເປັນຄູ່ຮ່ວມມືການຄ້າລາຍໃຫຍ່ທີ່ສຸດຂອງ ອີຣານ. 10 ເດືອນຜ່ານມາ, ວົງເງິນສົ່ງອອກຂອງ ອີຣານ ໄປຍັງ ຈີນ ບັນລຸ 12,6 ຕື້ USD, ໃນຂະນະນັ້ນ ການນຳເຂົ້າສິນຄ້າຈາກ ຈີນ ບັນລຸ 12,7 ຕື້ USD.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ: ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດພັດທະນາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ: ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດພັດທະນາ

ເວທີປາໄສວິສາຫະກິດ ຫວຽດນາມ ແມ່ນໂອກາດເພື່ອໃຫ້ປະຊາຄົມວິສາຫະກິດໃຫ້ຄຳປຶກສາແກ່ລັດຖະບານ ກ່ຽວກັບບັນດາມາດຕະການແກ້ໄຂເພື່ອປະຕິບັດເປົ້າໝາຍພັດທະນາເສດຖະກິດສີຂຽວ, ຍືນຍົງ.

Top