• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍ ຊຸກຍູ້ການຮ່ວມສຳພັນຊຳລະຂ້າມຊາຍແດນກັບບັນດາປະເທດ ອາຊຽນ

ອິນໂດເນເຊຍ, ໄທ, ມາເລເຊຍ, ສິງກະໂປ ແລະ ຟີລິບປິນ ມີພື້ນຖານໂຄງລ່າງກ່ຽວກັບລະບົບ QR code ຢູ່ແລ້ວເພື່ອປະຕິບັດການທຳທຸລະກຳຂ້າມຊາຍແດນ.
  ພາບປະກອບ  

 ເພື່ອແນໃສ່ຊຸກຍູ້ການເຊື່ອມໂຍງດ້ານການເງິນ, ຫັນການຄ້າພາກພື້ນເປັນດີຈີຕອນ, ການບໍລິການຊຳລະດ້ວຍ QR code ຂອງ ອິນໂດເນເຊຍ (ລະບົບ QRIS) ຈະມີໜ້າຢູ່ 4 ປະເທດສະມາຊິກ ອາຊຽນ. ກ່າວຄຳເຫັນທີ່ການຖະແຫຼງຂ່າວໃນວັນທີ 7 ກໍລະກົດ, ທ່ານນາງ Filianingsih Hendarta, ຫົວໜ້າພາກສ່ວນຮັບຜິດຊອບນະໂຍບາຍລະບົບຊຳລະຂອງທະນາຄານສູນກາງ ອິນໂດເນເຊຍ ໃຫ້ຮູ້ວ່າ: ອິນໂດເນເຊຍ, ໄທ, ມາເລເຊຍ, ສິງກະໂປ ແລະ ຟີລິບປິນ ມີພື້ນຖານໂຄງລ່າງກ່ຽວກັບລະບົບ QR code ຢູ່ແລ້ວເພື່ອປະຕິບັດການທຳທຸລະກຳຂ້າມຊາຍແດນ. ປະຈຸບັນ, ລະບົບຊຳລະໄວ QRIS ຂອງ ອິນໂດເນເຊຍ ພວມໃຊ້ທົດລອງຢູ່ປະເທດໄທ, ມາເລເຊຍ ແລະ ອາດຈະເປີດກ້ວາງໄປທົ່ວປະເທດ ອາຊຽນ, ຍິ່ງໄປກ່ວານັ້ນແມ່ນຂ້າມພາກພື້ນ.

ການບໍລິການຮ່ວມສຳພັນຊຳລະຂ້າມຊາຍແດນເອື້ອອຳນວຍຄວາມສະດວກໃຫ້ຜູ້ບໍລິໂພກ ແລະ ຜູ້ຄ້າຂາຍຢູ່ 5 ປະເທດ ອາຊຽນ ປະຕິບັດ ແລະ ຍອມຮັບການຊຳລະດ້ວຍ QR code. ຮູບການຮ່ວມສຳພັນນີ້ຈະຊ່ວຍຮັກສາເສດຖະກິດມະຫາພາກຂອງບັນດາປະເທດ ອາຊຽນ ເປັນປົກກະຕິດ້ວຍວິທີຊຸກຍູ້ການນຳໃຊ້ໃນຂອບເຂດການຊຳລະດ້ວຍເງິນຕາພາຍໃນປະເທດຢ່າງກ້ວາງຂວາງກ່ວາ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top