• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບເພື່ອຮັບມືກັບໄພກໍ່ການຮ້າຍ

      ຕອນບ່າຍວັນທີ 17 ພຶດສະພາ, ໃນການພົບປະກັບຜູ້ຕາງໜ້າສະຖານທູດບັນດາປະເທດ, ບັນດາອົງການຈັດຕັ້ງສາກົນປະຈຳ ຈາກາຕາ, ປະເທດອິນໂດເນເຊຍ, ຜູ້ບັນຊາການຕຳຫຼວດແຫ່ງຊາດອິນໂດເນເຊຍ, ນາຍພົນ Tito Karnavian ຍອມຮັບວ່າ ຍັງມີຫຼາຍບັນຫາໃນວຽກງານຕ້ານການກໍ່ການຮ້າຍຂອງອິນໂດເນເຊຍ.

ອິນໂດເນເຊຍເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບເພື່ອຮັບມືກັບໄພກໍ່ການຮ້າຍ
(ພາບ: THX/TTXVN)
      ນາຍພົນ Tito Karnavian ຢືນຢັນວ່າ ບັນດາເຫດບຸກໂຈມຕີແນໃສ່ໂບດອິດສະລາມ ບາງແຫ່ງ ແລະ ສຳນັກງານຕຳຫຼວດແມ່ນການກະທຳແກ້ແຄ້ນຂອງ 2 ອົງການ JAT ແລະ JAD ພາຍຫຼັງທີ່ອົງການເຈົ້າໜ້າທີ່ຂອງອິນໂດເນເຊຍ ຈັບຕົວຫົວໜ້າຂອງ 2 ກຸ່ມດັ່ງກ່າວເພື່ອລໍຖ້າພິພາກສາ.
      ພາຍຫຼັງເກີດບັນດາເຫດບຸກໂຈມຕີ, ຕຳຫຼວດອິນໂດເນເຊຍ ໄດ້ຮີບເຮັ່ງຜັນຂະຫຍາຍບັນດາກຳລັງເພີ່ມທະວີຢູ່ສະຖານທີ່ເກີດເຫດ, ສືບສວນພາກສ່ວນຂອງບັນດາອົງການກໍ່ການຮ້າຍ, ຊອກຈັບບັນດາຜູ້ຖືກສົງໄສ. ໃນຮອບເວລາ 10 ມື້ຜ່ານມາ, ໄດ້ມີຜູ້ຖືກສົງໄສ 48 ຄົນຖືກຈັບຕົວ, ບາງຄົນຖືກດັບສູນ.
      ກ່ຽວກັບມາດຕະການແກ້ໄຂຍາວນານເພື່ອຮັບມືກັບການກໍ່ການຮ້າຍ, ນາຍພົນ Tito Karnavian ເນັ້ນໜັກວ່າ ຄວນຊຸກຍູ້ການຮັບຮອງເອົາຮ່າງກົດໝາຍວ່າດ້ວຍການກໍ່ການຮ້າຍຢ່າງແຮງ ເພື່ອຕ້ານຄືນການກະທຳກໍ່ການຮ້າຍ.
 (ແຫຼ່ງຄັດຈາກ VOV)

ການ​ແຂ່ງ​ຂັນ​ລົດ​ຖີບ ມິດ​ຕະ​ພາບ ສາມ​ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ​ຄັ້ງ​ທີໜຶ່ງ

ການ​ແຂ່ງ​ຂັນ​ລົດ​ຖີບ ມິດ​ຕະ​ພາບ ສາມ​ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ​ຄັ້ງ​ທີໜຶ່ງ

ການແຂ່ງຂັນມີນັກກິລາ 45 ຄົນທີ່ມາຈາກ ກຳປູເຈຍ, ລາວ, ຫວຽດນາມ ແບ່ງປັນ 9 ທິມ, ແຕ່ລະປະເທດຈະມີ 3 ທິມ, ແຕ່ລະທິມມີນັກກິລາ 5 ຄົນ. ໄລຍະທາງ ການແຂ່ງຂັນ ດ້ວຍຄວາມຍາວ 35,2 ກີໂລແມັດ.

Top