• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍລະດົມພາລະກອນ 47.000 ຄົນເພື່ອຮັບປະກັນໃນມື້ປະກາດຄຳຕັດສິນຮ້ອງທຸກຕໍ່ການເລືອກຕັ້ງ

      ອິນໂດເນເຊຍ ໄດ້ຜັນຂະຫຍາຍກຳລັງພາລະກອນຕຳຫຼວດ, ກອງທັບອິນໂດເນເຊຍ ແລະ ນາຍທະຫານໃນທົ່ວນະຄອນຫຼວງ ຈາກາຕາ ລວມ 47.000 ຄົນ ໃນວັນທີ 27 ມິຖຸນາ ເມື່ອສານລັດຖະທຳມະນູນ ຍົກອອກຄຳຕັດສິນການຮ້ອງທຸກໃນການເລືອກຕັ້ງປະທານາທິບໍດີອິນໂດເນເຊຍ 2019.

ອິນໂດເນເຊຍລະດົມພາລະກອນ 47.000 ຄົນເພື່ອຮັບປະກັນ
ໃນມື້ປະກາດຄຳຕັດສິນຮ້ອງທຸກຕໍ່ການເລືອກຕັ້ງ
(ພາບ: AFP/TTXVN)
      ບັນດາສະຖານທີ່ສຳຄັນໄດ້ຈັດແບ່ງກຳລັງປ້ອງກັນຄື: ບັນດາສະຖານທີ່ສາທາລະນະ; ສານ, ສຳນັກງານຄະນະກຳມະການເລືອກຕັ້ງແຫ່ງຊາດ, ອົງການຕິດຕາມການເລືອກຕັ້ງ ແລະ ສະຖານທູດບາງແຫ່ງ.
        ກ່ອນໜ້ານັ້ນ, ວັນທີ 17 ເມສາ, ອິນໂດເນເຊຍ ໄດ້ດຳເນີນການເລືອກຕັ້ງທົ່ວປະເທດ, ເລືອກຕັ້ງບັນດາຕຳແໜ່ງປະທານາທິບໍດີ, ຮອງປະທານາທິບໍດີ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນກວ່າ 20.000 ທ່ານຂອງປະເທດນີ້. ຄະນະກຳມະການເລືອກຕັັ້ງອິນໂດເນເຊຍ ໄດ້ປະກາດໝາກຜົນການເລືອກຕັ້ງເປັນທາງການຢືນຢັນທ່ານປະທານາທິບໍດີຄົນປະຈຸບັນ Joko Widodo ສືບຕໍ່ດຳລົງຕຳແໜ່ງອາຍຸການທີ 2. ໃນຂະນະນັ້ນ, ຄູ່ແຂ່ງແມ່ນອະດີດນາຍພົນກອງທັບ Prabowo Subianto, ສະມາຊິກຂອງພັກຂະບວນການອິນໂດເນເຊຍ ຍິ່ງໃຫຍ່ ຖະແຫຼງວ່າ, ບໍ່ຍອມຮັບໝາກຜົນສຸດທ້າຍ ແລະ ໄດ້ຍື່ນໃບຮ້ອງຟ້ອງຂຶ້ນສານລັດຖະທຳມູນອິນໂດເນເຊຍ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top