• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ເຂດ​ຊານ​ນະ​ຄອນຫຼວງ​ຂອງ ລີ​ບັງ

ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ໄດ້ກ່າວປະນາມການ ບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແມ່ນການກະທຳທີ “ບໍ່ສາມາດຮັບຮູ້ໄດ້” ແລະ ລະເມີດຄຳສັ່ງຢຸດຍິງ.
(ພາບ: THX/TTXVN)

ວັນທີ 28 ມີນາ, ກອງທັບ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີທາງອາກາດໂດຍມີຄວາມຈຳດັກ ເລັ່ງໃສ່ຕຶກອາຄານແຫ່ງໜຶ່ງຢູ່ນະຄອນຫຼວງ ເບຣຸດ ຂອງ ລີບັງ. ນີ້ແມ່ນເທື່ອທຳອິດທີ່ ອິດສະຣາແອັນ ບຸກໂຈມຕີເຂົ້າເຂດນີ້ ນັບແຕ່ເມື່ອຄຳສັ່ງຢຸດຍິງ ຕໍ່ກຳລັງເຮັກໂບລາ ມີຜົນສັກສິດນັບແຕ່ເດືອນພະຈິກປີ 2024. ກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ ການບຸກໂຈມຕີມີລັກສະນະກ່າວເຕື່ອນເທົ່ານັ້ນ, ເພື່ອແນໃສ່ໂຕ້ຕອບເຫດຍິງລູກສອນໄຟຈາກຝ່າຍ ລີບັງ ເຂົ້າເຂດດິນແດນປະເທດນີ້.

ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ໄດ້ກ່າວປະນາມການ ບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແມ່ນການກະທຳທີ “ບໍ່ສາມາດຮັບຮູ້ໄດ້” ແລະ ລະເມີດຄຳສັ່ງຢຸດຍິງ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບທາງ​ລັດ​ຖະ​ກິດ​ກະ​ສັດ​ລາ​ຊະ​ອາ​ນາ​ຈັກ​ ແບນ​ຊິກ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບທາງ​ລັດ​ຖະ​ກິດ​ກະ​ສັດ​ລາ​ຊະ​ອາ​ນາ​ຈັກ​ ແບນ​ຊິກ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ, ກະສັດລາຊະອານາຈັກ ແບນຊິກ Philippe ແລະ ພະມະເຫສີ Mathilde ໄດ້ໄດ້ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 31 ມີນາ ຫາວັນທີ 04 ເມສາ. ຕອນເຊົ້າວັນທີ 01 ເມສາ, ຢູ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບກະສັດ Philippe ແລະ ພະມະຫາເຫສີ Mathilde.

Top