• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິດສະຣາແອັນ ຍູ້ແຮງການປຸກໂຈມຕີໃສ່ເຂດ ກາຊາ ແລະ ຢຸດຕິການເຈລະຈາກັບ ຮາມາດ

ວັນທີ 2 ທັນວາ, ກອງທັບ ອິດສະຣາແອັນ ໄດ້ປຸກໂຈມຕີໃສ່ເຂດ ກາຊາ ດ້ວຍທາງການບິນ, ທາງທະເລ, ຍິງປືນໃຫຍ່ ແລະ ທາງບົກ. ເປົ້າໝາຍປຸກໂຈມຕີລວມທັງເຂດພາກເໜືອ, ພາກໃຕ້ ແລະ ເຂດໃຈກາງ ກາຊາ
ການປຸກໂຈມຕີສືບຕໍ່ເກີດຂຶ້ນພາຍຫຼັງການຢຸດຍິງມະນຸດສະທຳ (ພາບ: Reuters)

ໃນມື້ທີ 2 ຢ່າງລ້ຽນຕິດທີ່ການປຸກໂຈມຕີສືບຕໍ່ເກີດຂຶ້ນພາຍຫຼັງການຢຸດຍິງມະນຸດສະທຳ, ວັນທີ 02 ທັນວາ, ກອງທັບ ອິດສະຣາແອັນ ສືບຕໍ່ຍູ້ແຮງບັນດາການປຸກໂຈມຕີໃສ່ເຂດ ກາຊາ, ພ້ອມທັງຕັດສິນຢຸດຕິບັນດາການເຈລະຈາຢຸດຍິງກັບ ຮາມາດ.

ສື່ມວນຊົນ ປາແລັດສະຕິນ ໃຫ້ຮູ້ວ່າ, ວັນທີ 2 ທັນວາ, ກອງທັບ ອິດສະຣາແອັນ ໄດ້ປຸກໂຈມຕີໃສ່ເຂດ ກາຊາ ດ້ວຍທາງການບິນ, ທາງທະເລ, ຍິງປືນໃຫຍ່ ແລະ ທາງບົກ. ເປົ້າໝາຍປຸກໂຈມຕີລວມທັງເຂດພາກເໜືອ, ພາກໃຕ້ ແລະ ເຂດໃຈກາງ ກາຊາ, ໃນນັ້ນມີໂຮງໝໍຈຳນວນໜຶ່ງຢູ່ທາງພາກເໜືອເຂດ ກາຊາ. ໃນຂະນະນັ້ນ, ໃນຄ່ຳຄືນວັນທີ 2 ທັນວາ, ອົງການການແພດ ປາແລັດສະຕິນ ໃຫ້ຮູ້ວ່າ, ບັ້ນປຸກໂຈມຕີຂອງກອງທັບ ອິດສະຣາແອັນ ເຂົ້າເຂດ ກາຊາ ນັບແຕ່ວັນທີ 7 ຕຸລາ ເຮັດໃຫ້ມີຜູ້ເສຍຊີວິດກວ່າ 15.200 ຄົນ ແລະ 41.000 ຄົນໄດ້ຮັບບາດເຈັບ , ສ່ວນຫຼາຍແມ່ນສາມັນຊົນ.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant ຢືນຢັນວ່າ, ບັ້ນປຸກໂຈມຕີຂອງກອງທັບປະເທດນີ້ໃສ່ເຂດ ກາຊາ ບັນລຸໄດ້ຄວາມຄືບໜ້າສຳຄັນຫຼາຍຢ່າງ, ໃນນັ້ນ ໄດ້ດັບສູນບັນດາຫົວໂປ່ຂັ້ນສູງຂອງ ຮາມາດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top