• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິດສະຣາແອນ ພ້ອມແລ້ວທີ່ຈະອະນຸຍາດໃຫ້ເຄື່ອງຊ່ວຍເຫລືອສົ່ງມາເຂດ ກາຊາ ຜ່ານທາງທະເລ

ວັນທີ 31ທັນວາ, ອິດສະຣາແອນ ຖະແຫລງວ່າ ພ້ອມແລ້ວທີ່ຈະອະນຸຍາດໃຫ້ການເຄື່ອນໄຫວຂົນສົ່ງເຄື່ອງຊ່ວຍເຫລືອເຖິງເຂດ ກາຊາ ຜ່ານທາງທະເລໂດຍເລີ່ມມາຈາກ Cyprus
ພາຍຫລັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ຢູ່ ເຂດ ກາຊາ ເມື່ອວັນທີ 26/12/2023. (ພາບ: THX/TTXVN)

ວັນທີ 31ທັນວາ, ອິດສະຣາແອນ ຖະແຫລງວ່າ ພ້ອມແລ້ວທີ່ຈະອະນຸຍາດໃຫ້ການເຄື່ອນໄຫວຂົນສົ່ງເຄື່ອງຊ່ວຍເຫລືອເຖິງເຂດ ກາຊາ ຜ່ານທາງທະເລໂດຍເລີ່ມມາຈາກ Cyprus, ພ້ອມທັງໃຫ້ຮູ້ວ່າ: ມີ 4 ປະເທດ ເອີລົບ: ອັງກິດ, ຝລັ່ງ, ເກຼັກ ແລະ ໂຮນລັງ ອາດຈະເຂົ້າເຂົ້າຮ່ວມແຜນການນີ້.

ຖ້າຫາກແຜນການນີ້ໄດ້ຮັບການຜັນຂະຫຍາຍ, ນີ້ເປັນຄັ້ງທຳອິດ ອິດສະຣາແອນ ຜ່ອນຜັນຄຳສັ່ງປິດລ້ອມການເດີນທະເລໂດຍໄດ້ຈັດວາງສຳລັບເຂດ ກາຊາ ແຕ່ປີ 2007 ເມື່ອຂະບວນການ ຮາມາດຂຶ້ນກຳອຳນາດຄຸ້ມຄອງເຂດດິນແດນນີ້.

ອັງກິດ, ຝລັ່ງ, ກະເກຼັກ ສະແດງການສະຫນັບສະຫນູນຂໍ້ລິເລີ່ມຂອງ Cyprus.

ໃນຂະນະນັ້ນ, ວັນທີ 31 ທັນວາ,  ປະທານາທິບໍດີ ປາແລດສະຕິນ Mahmoud Abbas ຖະແຫລງວ່າ ຈະສືບຕໍ່ຢຶດໝັ້ນການປົກປ້ອງບັນດາສິດອັນຖືດຕ້ອງກັບກົດໝາຍ ພ້ອມທັງບໍ່ຍອມຮັບເລື່ອງຍົກຍ້າຍອອກຈາກເຂດດິນແດນຂອງເຂົາເຈົ້າ. ຫົວຫນ້າ PA ຢືນຢັນ: ບັນດາມາດຕະການທາງການທະຫາ ຈະກໍ່ຄວາມຂາດສະຖຽນລະພາບຂອງພາກພື້ນ ແລະ ສ່ວນຍັງເຫລືອແມ່ນຂອງໂລກ ແທນທີ່ນຳມາເຊິ່ງສັນຕິພາບ ຫລື ຄວາມໝັ້ນຄົງ. ປະທານາທິບໍດີ Mahmoud Abbas ຮຽກຮ້ອງປະຕິບັດມາດຕະການດ້ານການເມືອງໂດຍອີງໃສ່ກົດໝາຍ ແລະບັນດາມະຕິສາກົນ ຮັບຮູ້ສິດເສລີພາບ ແລະ ເອກະລາດຂອງ ຊາວ ປາແລດສະຕີນ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top