ຂ່າວສານ
ອາເມລິກາ ໃຫ້ສັດຕະຍາບັນການສະໜອງບ້ວງເງິນປ້ອງກັນຊາດ ທີ່ມີມູນຄ່າ 500 ລ້ານ USD ໃຫ້ແກ່ ອາຣັບບີ ຊະອຸດິ
ວັນທີ 23 ກັນຍາ, ອົງການຮ່ວມມືປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ ໃນວັນດຽວກັນ, ກະຊວງການຕ່າງປະເທດ ປະເທດນີ້ ໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງສະບັບທີ່ມີມູນຄ່າ 500 ລ້ານ USD ແນໃສ່ສ້ອມແປງບຳລຸງຖັນຈຳນວນລົດທະຫານຂອງ ອາຣັບບີ ຊະອຸດິ.
ຂໍ້ຕົກລົງດັ່ງກ່າວ ລວມທັງການຂາດເຄື່ອງອາໄຫຼ່, ສິ້ນຊ່ວນປ່ຽນແທນ ແລະ ການບໍລິການສ້ອມແປງບັນດາຍານພາຫະນະໃຫ້ແກ່ ທະຫານບົກ ອາຣັບບີ ຊະອຸດິ. ໄປຄຽງຄູ່ກັນນັ້ນ, ວໍຊິງຕັນ ກໍປະກອບຖານຍິງລູກສອນໄຟ TOW, ລະບົບ ຣາດາ ແລະ ອຸປະກອນຕິດຕໍ່ການທະຫານໃຫ້ແກ່ Riyadh ອີກດ້ວຍ.
ທຸລະກຳການຄ້າດັ່ງກ່າວ ແມ່ນນະໂຍບາຍຂອງ ອາເມລິກາ ແນໃສ່ໜູນຊ່ວຍກຳລັງປ້ອງກັນຕົວຂອງບັນດາຄູ່ຮ່ວມມືຍຸດທະສາດ ແລະ ຊຸກຍູ້ສະຖຽນລະພາບຢູ່ພາກພື້ນ ຕາເວັນອອກກາງ.