• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ຮຽກ​ຮ້ອງ G7 ຍົກ​ອອກ​ຖະ​ແຫຼງ​ການ​ຈະ​ແຈ້ງ​ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ຕາ​ເວັນ​ອອກ​ກາງ

ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ຮຽກຮ້ອງໃຫ້ກຸ່ມ ຈົ່ງສະແດງທັດສະນະຢ່າງຈະແຈ້ງກ່ຽວກັບການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ ທີ່ເກີດຂຶ້ນໃນຕະຫຼອດ 1 ເດືອນຜ່ານມາ.
ການເຄື່ອນໄຫວກູ້ໄພກູ້ຊີບໄດ້ຜັນຂະຫຍາຍພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ນະຄອນ Khan Younis, ຢູ່ເຂດ ກາຊາ ໃນວັນທີ 6/11 (ພາບ:THX/TTXVN)

ໃນບົດກ່າວປາໄສໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ທີ່ໄດ້ດຳເນີນຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ, ວັນທີ 07 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ຮຽກຮ້ອງໃຫ້ກຸ່ມ ຈົ່ງສະແດງທັດສະນະຢ່າງຈະແຈ້ງກ່ຽວກັບການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ ທີ່ເກີດຂຶ້ນໃນຕະຫຼອດ 1 ເດືອນຜ່ານມາ.

ຜູ້ນຳກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ ນີ້ແມ່ນຈຸດເວລາສຳຄັນເພື່ອໃຫ້ບັນດາປະເທດ G7 ຮັບມືກັບວິກິດການນີ້ ແລະ ສະແດງທັດສະນະລວມຢ່າງຈະແຈ້ງຕໍ່ສະພາບການປັດຈຸບັນຢູ່ເຂດ ກາຊາ. ເຖິງວ່າ ບໍ່ໄດ້ເປິດເຜີຍລະອຽດ, ແຕ່ທ່ານ Blinken ຢັ້ງຢືນວ່າໃນຊຸມປີຈະມາເຖິງ, ວຽກງານການໜູນຊ່ວຍອາດຈະເປີດກວ້າງຕາມແບບວິທີລະອຽດ. ໂດຍເປັນປະເທດພັນທະມິດຫຼັກແຫຼ່ງຂອງ ອິດສະຣາແອັນ, ໄລ່ມາຮອດປັດຈຸບັນ, ອາເມລິກາ ຍັງສືບຕໍ່ຮຽກຮ້ອງບັນລຸໄດ້ຄຳສັ່ງຢຸດຍິງ.

ຄາດວ່າ ໃນ 2 ວັນດຳເນີນກອງປະຊຸມ, ນອກຈາກວິກິດການຢູ່ຕາເວັນອອກກາງ, ລັດຖະມົນຕີບັນດາປະເທດໃນກຸ່ມ G7 ກໍຈະປຶກສາຫາລືກ່ຽວກັບຫຼາຍບັນຫາອື່ນໆ: ເຊັ່ນ: ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ; ບັນດາການຜັນແປຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ; ບັນຫາລູກສອນໄຟ ແລະ ນິວເຄຼຍຂອງ ສປປ.ເກົາຫຼີ; ຄວາມມານະພະຍາຍາມຂອງ G7 ເພີ່ມທະວີການຮ່ວມມືກັບພາກພື້ນ ອາຊີກາງ…

(ແຫຼ່ງຄັດຈາກ VOV)

ຊາວ​ຫວຽ​ດ​ນາມ ອາ​ໄສ​ຢູ່​ໄທ ອ່​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ

ຊາວ​ຫວຽ​ດ​ນາມ ອາ​ໄສ​ຢູ່​ໄທ ອ່​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ

ບັນ​ດາ​ຜູ້​ແທນ​ໄດ້​ວິ​ເຄາະ​ທ່າ​ແຮງ​ຂອງ​ປັນ​ຍາ​ຊົນ ຫວຽດ​ນາມ ຢູ່ ໄທ ຕິດ​ພັນ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ພາຍ​ໃນ​ປະ​ເທດ ແລະ ການ​ພົວ​ພັນ​ສອງ​ຝ່າຍ.

Top