• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ຈັດ​ວາງ​ອັດ​ຕາ​ພາ​ສີ 104% ສຳ​ລັບ​ສິນ​ຄ້າ​ຂອງ ຈີນ ນັບ​ແຕ່​ວັນ​ທີ 9 ເມ​ສາ

ທ່ານປະທານາທິບໍດີ Donald Trump ຈະຈັດວາງອັດຕາພາສີເພີ່ມເຕີມ 50% ສຳລັບສິນຄ້າຂອງ ຈີນ ແລະ ອັດຕາພາສີນີ້ຈະມີຜົນສັກສິດແຕ່ວັນທີ 09 ເມສາ (ຕາມເວລາທ້ອງຖິ່ນ).
ກ່ຳປັນຂົນສົ່ງສິນຄ້າຈີນ ຢູ່ທ່າກ່ຳປັ່ນ Long Beach ຢູ່ California, ອາເມລິກາ (ພາບ: TTXVN)

ວັນທີ 08 ເມສາ, ທຳນຽບຂາວ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Donald Trump  ຈະຈັດວາງອັດຕາພາສີເພີ່ມເຕີມ 50% ສຳລັບສິນຄ້າຂອງ ຈີນ ແລະ ອັດຕາພາສີນີ້ຈະມີຜົນສັກສິດແຕ່ວັນທີ 09 ເມສາ (ຕາມເວລາທ້ອງຖິ່ນ). ກ່າວຄຳເຫັນໃນວົງການນັກຂ່າວ, ທ່ານເລຂາດ້ານການຂ່າວຂອງທຳນຽບຂາວ Karoline Leavitt ໃຫ້ຮູ້ວ່າ ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ ປັກກິ່ງ ຂ້າມກຳນົດເວລາຂອງທ່ານປະທານາທິບໍດີ Donald Trump  ກ່ຽວກັບການລົບລ້າງບັນດາມາດຕະການໂຕ້ຕອບ.

ໃນເວລາ 00 ໂມງຂອງວັນທີ 09 ເມສາ (ຕາມເວລາ ວໍຊິງຕັນ), ນະໂຍຍາຍພາສີຂອງ ອາເມລິກາ, ຈັດວາງອັດຕາພາສີແຕ່ 11% ຮອດ 50% ສຳລັບບັນດາຄູ່ຮ່ວມມືການຄ້າທີ່ນຳເຂົ້າຈາກ 86 ປະເທດ, ເຂດແຄວ້ນ ເລີ່ມມີຜົນສັກສິດຢ່າງເປັນທາງການ.

ກ່ອນໜ້ານັ້ນ, ວັນທີ 04 ເມສາ, ລັດຖະບານ ຈີນ ແຈ້ງໃຫ້ຊາບວ່າ ປະເທດນີ້ຈະຈັດວາງອັດຕາພາສີເພີ່ມເຕີມ 34% ສຳລັບທຸກປະເພດສິນຄ້າທີ່ນຳເຂົ້າຈາກ ອາເມລິກາ. ໂຕ້ຕອບຄືນ, ວັນທີ 07 ເມສາ, ທ່ານປະທານາທິບໍດີ Trump ຖະແຫຼງວ່າ ຈະເພີ່ມອັດຕາພາສີສຳລັບສິນຄ້ານຳເຂົ້າຈາກ ຈີນ ຕື່ມອີກ 50% ແລະຈະມີຜົນສັກສິດແຕ່ວັນທີ 9 ເມສາ, ເວັ້ນເສຍແຕ່ກໍລະນີ ປັກກິ່ງ ລົບລ້າງພາສີໂຕ້ຕອບກ່ອນວັນທີ 08 ເມສາ.

ໃນການຜັນແປໜຶ່ງທີ່ກ່ຽວຂ້ອງ, ບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ຂອງ ຈີນ ໄດ້ແຈ້ງບັນດາມາດຕະການໜູນຊ່ວຍຕະຫຼາດທຶນຮອນ, ເພີ່ມແຫຼ່ງກຳລັງດ້ານການເງິນຕົວຈິງ, ປະກອບສ່ວນຮັກສາສະຖຽນລະພາບການຕະຫຼາດ.

ກໍກ່ຽວຂ້ອງເຖິງພາສີອາກອນ, ສະຫະພາບເອີຣົບ (EU) ມີແຜນການຈັດວາງອັດຕາພາສີຂຶ້ນເຖິງ 25% ສຳລັບສິນຄ້າຂອງ ອາເມລິກາ ເພື່ອໂຕ້ຕອບການຈັດວາງພາສີສຳລັບໂລຫະ.

(ແຫຼ່ງຄັດຈາກ VOV)

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຕ້ອ​ນ​ຮັບ​ບຸນປີ​ໃໝ໋​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຕ້ອ​ນ​ຮັບ​ບຸນປີ​ໃໝ໋​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ຕອນ​ຄ່ຳ​ວັນ​ທີ 13 ເມ​ສາ, ນະ​ຄອ​ນ​ໂຮ່​ຈີ​ມິນ ໄດ້​ຈັດ​ລາຍ​ການ​ພົບ​ປະ​ກັບ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ທີ່​ນີ້ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ (ລາວ) ແລະ ບຸນ Chol Chnam Thmey ກຳ​ປູ​ເຈຍ​ປີ 2026.

Top