• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ຊຸກ​ຍູ້​ບົດ​ບາດ​ຂອງ ສ​ປ​ຊ ໃນ​ການ​ນຳ​ໃຊ້​ອາ​ວະ​ກາດ​​ຢ່າງ​ມີ​​ສັນ​ຕິ​ພາບ

ທ່ານ ຫງວຽນຮ່ວາງງວຽນ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກທັດສະນະລວມຂອງ ອາຊຽນ ກ່ຽວກັບການຮັບປະກັນສິດສຳຜັດກັບອາວະກາດ ຂອງທຸກປະເທດ ເພື່ອເປົ້າໝາຍສັນຕິພາບ ແລະ ຜົນປະໂຫຍດລວມຂອງມວນມະນຸດ.
ທ່ານ ຫງວຽນຮ່ວາງງວຽນ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ຄະນະກຳມະການບັນດາບັນຫາ ການເມືອງພິເສດ ແລະ ປອດຫົວເມືອງຂຶ້ນ (ຄະນະກຳມະການເລກ 4) ຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ຈັດວາລະປຶກສາຫາລືລວມກ່ຽວກັບການຮ່ວມມືສາກົນ ໃນການນຳໃຊ້ອາວະກາດຢ່າງມີສັນຕິພາບ ໃນວັນທີ 24 ຕຸລາ, ຢູ່ນິວຢອກ, ປະເທດ ອາເມລິກາ ດ້ວຍບົດກ່າວຄຳເຫັນດ້ວຍຜູ້ຕາງໜ້າເກືອບ 40 ກຸ່ມປະເທດ ແລະ ເຂດແຄ້ວນ.

ກ່າວຄຳເຫັນຕາງໜ້າ ໃຫ້ ອາຊຽນ, ທ່ານ ຫງວຽນຮ່ວາງງວຽນ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກທັດສະນະລວມຂອງ ອາຊຽນ ກ່ຽວກັບການຮັບປະກັນສິດສຳຜັດກັບອາວະກາດ ຂອງທຸກປະເທດ ເພື່ອເປົ້າໝາຍສັນຕິພາບ ແລະ ຜົນປະໂຫຍດລວມຂອງມວນມະນຸດ. ອາຊຽນ ສະໜັບສະໜູນ ການເພີ່ມທະວີບົດບາດຂອງ ສປຊ ໃນການຮັບປະກັນການນຳໃຊ້ ແລະ ຂຸດຄົ້ນອາວະກາດຢ່າງມີສັນຕິພາບ, ນຳຜົນປະໂຫຍດລວມມາໃຫ້ທຸກປະເທດ. ອາຊຽນ ເນັ້ນໜັກວ່າ ບັນດາຝ່າຍທີ່ເຂົ້າຮ່ວມການເຄື່ອນໄຫວໃນອາວະກາດ ມີຄວາມຮັບຜິດຊອບ ປະຕິບັດຕາມມະຕິທີ່ກ່ຽວຂ້ອງຂອງ ສະມັດຊາໃຫຍ່, ກໍ່ຄືບັນດາຫຼັກການລວມ ທີ່ໄດ້ນຳໃຊ້ ທົ່ວໄປໃນຂົງເຂດອາວະກາດ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top