• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ຊຸກ​ຍູ້​ການ​ສົມ​ທົບ​ກັນ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໃນ​ອະ​ນາ​ຄົດ

ວັນທີ 24 ສິງຫາ, ຢູ່ນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມລັດຖະມົນຕີການເງິນ ແລະ ສາທາລະນະສຸກ ອາຊຽນ ໃນຂອບເຂດກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ (AFMGM) ຄັ້ງທີ 10.
ພະນັກງານການແພດສັກວັກຊິນຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ປະຊາຊົນ ຢູ່ ບາງກອກ (ພາບ: THX/TTXVN)

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການ, ປະສົບການໃນການຍົກສູງປະສິດທິຜົນຂອງການສົມທົບລະຫວ່າງບັນດາອົງການການເງິນ, ສາທາລະນະສຸກຂອງພາກພື້ນໃນການຮັບມືກັບສິ່ງທ້າທາຍຕ່າງໆ ເຊິ່ງໂລກລະບາດໃນອະນາຄົດອາດຈະກໍ່ຂຶ້ນ. ກອງປະຊຸມກໍໄດ້ພິຈາລະນາກ່ຽວກັບການຄົ້ນຄວ້າທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ສະກັດກັ້ນ, ກະກຽມ ແລະ ຮັບມື ກັບໂລກລະບາດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ມີໄລຍະຫ່າງດ້ານການເງິນລະຫວ່າງບັນດາປະເທດອາຊຽນ ໃນການປະຕິບັດວຽກງານນີ້, ຮູບການລົງທຶນ ແນໃສ່ເພີ່ມທະວີກຳລັງຄວາມສາມາດແຫ່ງຊາດໃນການຮັບມືກັບໂລກລະບາດ ກໍຄື ນຳໃຊ້ກອງທຶນ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19 ແລະ ໂລກລະບາດໃໝ່ ຢ່າງມີປະສິດທິຜົນ.

ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາປັບປຸງໂຄງປະກອບສາທາລະນະສຸກຢູ່ພາກພື້ນ ພາຍຫຼັງໂລກລະບາດໂຄວິດ - 19, ແນໃສ່ເພີ່ມທະວີກຳລັງຄວາມສາມາດຟື້ນຟູ, ການຮັບມືໃນປະຊາຄົມ ອາຊຽນ ໂດຍອີງໃສ່ ແຜນການຟື້ນຟູສັງລວມ ອາຊຽນ; ເຫັນດີສ້າງຕັ້ງສູນ ອາຊຽນ ຮັບມືກັບກໍລະນີການແພດສຸກເສີນ ແລະ ໂລກລະບາດປະເພດໃໝ່.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top