• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ - ຈີນ ດຳ​ເນີນ​ການ​ຝືກ​ຊ້ອມໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ ແລະ ຊ່ວຍ​ເຫຼືອ​ດ້ານ​ໄພ​ທຳ​ມະ​ຊາດ

ການຝືກຊ້ອມ ໄດ້ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງກຳລັງປະສົມ, ເປັນຕົ້ນແມ່ນປະຕິບັດການເຄື່ອນໄຫວຝືກຊ້ອມໂດຍກົງ ແລະ ປຶກສາຫາລືໂຕະມົນກ່ຽວກັບວຽກງານໜູນຊ່ວຍດ້ານມະນຸດສະທຳ ແລະ ຫຼຸດຜ່ອນຜົນຕາມມາຈາກໄພທຳມະຊາດ.
ທ່ານໂຄສົກກະຊວງປ້ອງກັນປະເທດຈີນ ຈາງ ຊາວກັງ (Zhang Xiaogang)

ຈີນຈະຈັດສົ່ງທະຫານສັງກັດກຳລັງກອງທັບປົດປ່ອຍປະຊາຊົນຈີນ (PLA) ໄປຍັງນະຄອນ Yogyakarta ຂອງ Indonesia ເພື່ອເຂົ້າຮ່ວມການຝືກຊ້ອມໂດຍກຸ່ມນັກຊ່ຽວຊານໜູນຊ່ວຍມະນຸດສະທຳ ແລະ ຊ່ວຍເຫຼືອດ້ານມະນຸດສະທຳ ຈັດຂຶ້ນຢູ່ນອກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+) ໃນລະຫວ່າງວັນທີ 14 – 21 ຕຸລາ.

ກ່າວຄຳເຫັນທີ່ການຖະແຫຼງຂ່າວທີ່ໄດ້ດຳເນີນໃນວັນທີ 13 ຕຸລາ, ຢູ່ນະຄອນຫຼວງ ປັກກິ່ງ, ທ່ານໂຄສົກກະຊວງປ້ອງກັນປະເທດຈີນ ຈາງ ຊາວກັງ (Zhang Xiaogang) ຊີ້ແຈ້ງວ່າ ການຝືກຊ້ອມ ໄດ້ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງກຳລັງປະສົມ, ເປັນຕົ້ນແມ່ນປະຕິບັດການເຄື່ອນໄຫວຝືກຊ້ອມໂດຍກົງ ແລະ ປຶກສາຫາລືໂຕະມົນກ່ຽວກັບວຽກງານໜູນຊ່ວຍດ້ານມະນຸດສະທຳ ແລະ ຫຼຸດຜ່ອນຜົນຕາມມາຈາກໄພທຳມະຊາດ ດ້ວຍກໍລະນີສົມມຸດຖານເກີດມີໄພທຳມະຊາດທີ່ຮ້າຍແຮງ, ພ້ອມທັງດຳເນີນການປຶກສາຫາລື ແລະ ແລກປ່ຽນທີ່ມີລັກສະນະວິຊາສະເພາະໃນບັນດາຂົງເຂດທີ່ກ່ຽວຂ້ອງ.

(ແຫຼ່ງຄັດຈາກ VOV)

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ວັນທີ 17 ກຸມພາ, ທ່ານ ຫງວຽນນາມເຢືອງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສ. ອາຣັບ ອີຢິບ ແລະ ລັດ ປາແລັດສະຕິນ ໄດ້ຍື່ນສານຕາຕັ້ງຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ມາຍັງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ກາຍເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມບໍ່ປະຈຳຂອງ ຫວຽດນາມ ຢູ່ ລັດ ປາແລັດສະຕິນ ຢ່າງເປັນທາງການ.

Top