• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊີບ ​ເຮັດ​ເຄື່ອງ​ເຟີ​ນີ​ເຈີໄມ້ ກີມ​ບົ່ງ​, ແຂວງ ກ​ວາງ​ນາມ

ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີ ກີມບົ່ງ ຕັ້ງຢູ່ຝັ່ງຂວາແມ່ນ້ຳ ທູບົ່ນ, ຕາແສງ ເກີມກີມ, ຫ່າງຈາກນະຄອນ ໂຮ້ຍອານ ປະມານ 4 ກມ. ກີມບົ່ງ ແມ່ນໝູ່ບ້ານ ອາຊີບ ເຮັດເຄື່ອງເຟີນີເຈີໄມ້ທີ່ມີຊື່ງສຽງຢູ່ແຂວງ ກວາງນາມ ຊື່ງມີປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາມາເປັນເວລາກ່ວາ 600 ປີແລ້ວ.
ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີ ກີມບົ່ງ ຕັ້ງຢູ່ຝັ່ງຂວາແມ່ນ້ຳ ທູບົ່ນ, ຕາແສງ ເກີມກີມ, ຫ່າງຈາກນະຄອນ ໂຮ້ຍອານ ປະມານ 4 ກມ. (ພາບ: baoquangnam.vn)

ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີ ກີມບົ່ງ ໄດ້ຜະລິດເຄື່ອງເຟີນີເຈີໄມ້ນັບແຕ່ສັດຕະວັດທີ 16 ແລະ ຜ່ານໄລຍະການພັດທະນາຢ່າງແຮງ ຕາມຈັງຫວະແລກປ່ຽນຄ້າຂາຍຢ່າງອຶກກະທຶກຄືກຄົມຂອງເຂດຄຸ້ມຖະໜົນເກົ່າ ໂຮ້ຍອານ. ຮອດສັດຕະວັດທີ 18, ໃນໝູ່ບ້ານໄດ້ສ້າງຕັ້ງ 3 ໝວດອາຊີບຄື: ອາຊີບເຮັດເຄື່ອງໄມ້ເພື່ອກໍ່ສ້າງ, ອາຊີບຕໍ່ກຳປັ່ນໄມ້ ແລະ ອາຊີບເຮັດເຄື່ອງເຟີນີເຈີໄມ້ທີ່ໃຊ້ໃນຄົວເຮືອນ.

ຢູ່ເຂດຄຸ້ມຖະໜົນເກົ່າ ໂຮ້ຍອານ, ມີຫຼາຍສະຖາປັດຄະຍາກຳ, ເຮືອນຊານ, ວັດວາອາຮາມ…ໄດ້ສ້າງຂຶ້ນດ້ວຍສືີມືທີ່ຄ່ອງແຄ້ວ ຂອງນາຍຊ່າງໃນໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ. ຜະລິດຕະພັນເຄື່ອງເຟີນີເຈີໄມ້ ກີມບົ່ງ ມີຊື່ສຽງບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງຢູ່ຫຼາຍປະເທດໃນພາກພື້ນອີກດ້ວຍ. ຢູ່ໝູ່ບ້ານ ກີມບົ່ງ ໃນປະຈຸບັນ, ຍັງມີຫຼາຍຄອບຄົວໄດ້ຮັກສາອາຊີບເຮັດເຄື່ອງເຟີນີເຈີໄມ້ທີ່ເປັນມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍໄວ້. ນາຍຊ່າງ ຮວິ່ງຣີ ຢູ່ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ ໃຫ້ຮູ້ວ່າ:

ຂ້າພະເຈົ້າໄດ້ເຮັດອາຊີບນີ້ນັບແຕ່ມິອາຍຸ 16 ປີ, ປະຈຸບັນ ຂ້າພະເຈົ້າມີອາຍຸ 85 ປີແລ້ວ. ຂ້າພະເຈົ້າມີຄວາມປາດຖະໜາຢ່າງໃຫ່ຍຫຼວງທີ່ສຸດ ແມ່ນລູກຫຼານຂອງຕົນ ຈະສືບຕໍ່ສືບທອດອາຊີບເຮັດເຄື່ອງເຟີນີເຈີໄມ້ທີ່ເປັນມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍນີ້. ຂ້າພະເຈົ້າມີຄວາມດີໃຈຫຼາຍ ເມື່ອໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ ນະຄອນ ໂຮ້ຍອານ ບໍ່ຖືກສູນຫາຍໄປ ຫາກຍັງໄດ້ພັດທະນາຢ່າງເຂັ້ມແຂງກວ່າອີກ.

ວັນບຸນໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ ໄດ້ຈັດຂຶ້ນໃນວັນທີ 12 ເດືອນຈຽງໄລ່ຕາມຈັນທະປະຕິທິນຂອງແຕ່ລະປີ, ໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼາຍ. ນັບແຕ່ເວລາຮຸ່ງເຊົ້າ, ບັນດານັກສິລະປະການ, ນາຍຊ່າງ ແລະ ປຊຊ ໃນໝູ່ບ້ານ ໄດ້ເຕົ້າໂຮມກັນຢູ່ສາລາ ຕຽນຮຽນ ຂອງໝູ່ບ້ານ ເພື່ອຈັດພິທີບູຊາບັນພະບູລຸດ ຂອງອາຊີບເຮັດເຄື່ອງເຟີນີເຈີໄມ້. ຢູ່ທີ່ນີ້, ເຂົາເຈົ້າໄດ້ມີການສະແດງການເຮັດເຄື່ອງເຟີນີເຈີໄມ້, ສານກະທຸ້ງ, ຕ່ຳສາດ, ຕໍ່ເຮືອ, ຄວັດສະຫຼັກກົກໄມ້ໄຜ່…  ພິເສດ, ປຊຊ ໃນໝູ່ບ້ານໄດ້ປະຕິບັດພິທິກຳ ຟາດມົກ ເຊິ່ງເປັນໜຶ່ງໃນພິທີກຳທີ່ສຳຄັນເມື່ອຈະປຸກສ້າງເຮືອນໄມ້ແບບດັ້ງເດີມທີ່ ນະຄອນ ໂຮ້ຍອານ ເພື່ອເປັນການຄອບສິ່ງສັກສິດ, ເຈົ້າທີ່, ບັນພະບູລຸດຂອງອາຊີບເຮັດເຟີນີເຈີໄມ້ ກ່ອນທີ່ຈະເລີ່ມປຸກສ້າງ. ຢູ່ວັນບຸນ ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີ ກີມບົ່ງ, ປຊຊ ຊາວທ້ອງຖິ່ນ ພ້ອມກັບແຂກທ່ອງທ່ຽວຈະໄດ້ເຂົ້າຮ່ວມການແຂ່ງຊ່ວງເຮືອ, ຂັບບ່າຍຈ່ອຍ, ເຂົ້າຮ່ວມການວາງສະແດງບັນດາຜະລິດຕະພັນຂອງໝູ່ບ້ານອາຊີບ, ຮັບປະທານບັນດາເຍື່ອງອາຫານພື້ນເມືອງ. ທ່ານ ຫງວຽນວັນແລງ ຮອງປະທານຄະນະກຳມະການ ປຊຊ ນະຄອນ ໂຮ້ຍອານ ໃຫ້ຮູ້ວ່າ:

ການສະແດງວິທີເຮັດອາຊີບຢູ່ວັນບຸນ ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ ມີຄວາມຫຼາກຫຼາຍພໍສົມຄວນ. ວັນບຸນແມ່ນສິີສັນຂອງເຂດຊຸມຊົນທ້ອງຖິ່ນ, ກໍ່ແມ່ນຜະລິດຕະພັນທ່ອງທ່ຽວ, ສະນັ້ນ, ແຂກທ່ອງທ່ຽວມາຢ້ຽມຢາມຫຼາຍທີ່ສຸດ. ເຂົາເຈົ້າໄດ້ເຂົ້າຮ່ວມໂດຍກົງກັບ ປຊຊ ທ້ອງຖິ່ນ, ສ້າງເປັນສະຖານທີ່ທ່ອງທ່ຽວທີ່ກົມກຽວ, ສະແດງໄດ້ບັນດາຄຸນຄ່າດ້ານວັດທະນະທຳພື້ນເມືອງ.

ປີ 2023, ນະຄອນ ໂຮ້ຍອານ ໄດ້ກາຍເປັນສະມາຊິກສົມບູນ ເຄືອຄ່າຍບັນດານະຄອນປະດິດຄິດສ້າງຂອງອົງການວິທະຍາສາດ, ສຶກສາ ແລະ ວັດທະນະທຳ ສປຊ (UNESCO)  ໃນຂົງເຂດຫັດຖະກຳ ແລະ ສິລະປະພື້ນເມືອງ. ນີ້ແມ່ນໂອກາດເພື່ອໃຫ້ບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອ ພັດທະນາຢ່າງແຮງ, ກາຍເປັນຈຸດນັດພົບທີ່ດີເລີດ ເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ. ນັກສິລະປະການດີເດັ່ນ ຮວິ່ງເຊືອງ ໃຫ້ຮູ້ວ່າ:

ໝູ່ບ້ານອາຊີບມູນເຊື້ອ ແລະ ບັນດານັກສິລະປະການ, ນາຍຊ່າງເອງ ກໍ່ມີຄວາມປິຕິຊົນຊື່ນ ເມື່ອແຂກທ່ອງທ່ຽວມາຢ້ຽມຊົມນັບມື້ນັບຫຼາຍ, ຊື່ງໄດ້ຊ່ວຍໃຫ້ຊາວທ້ອງຖິ່ນສາມາດຂາຍບັນດາຜະລິດຕະພັນຫັດຖະກຳ, ຍົກສູງລາຍຮັບ. ນີ້ກໍ່ແມ່ນກຳລັງໜູນ, ການປຸກລະດົມບັນດານັກສິລະປະການ, ນາຍຊ່າງ ຍົກສູງສະຕິຄວາມຮັບຮູ້ໃນການປົກປັກຮັກສາໝູ່ບ້ານອາຊີບ.

ນາຍຊ່າງຂອງໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີ ກີມບົ່ງ(ພາບ: baoquangnam.vn)

ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ ແມ່ນໜຶ່ງໃນບັນດາໝູ່ບ້ານ ເຮັດເຄື່ອງເຟີນີເຈີທີ່ມີຊື່ງສຽງຢູ່ ຫວຽດນາມ. ກ່ອນນີ້ 8 ປີ (ປີ 2016), ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ຮັບຮູ້ອາຊີບເຮັດເຄື່ອງເຟີນີເຈີໄມ້ ຂອງໝູ່ບ້ານ ກີມບົ່ງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ໃນໂຄງການກໍ່ສ້າງຊົນນະບົດໃໝ່ໄລຍະ 2021-2025, ຄະນະກຳມະການ ປຊຊ ແຂວງ ກວາງນາມ ໄດ້ສະເໜີໃຫ້ ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ ແມ່ນຮູບແບບການທ່ອງທ່ຽວເຂດຊຸມຊົນ ຕິດພັນກັບການອະນຸລັກຮັກສາຄຸນຄ່າວັດທະນະທຳທ້ອງຖິ່ນ ແລະ ລະບົບຊີວະພາບທຳມະຊາດທີ່ທົດລອງຢູ່ແຂວງ ກວາງນາມ./.

(ແຫຼ່ງຄັດຈາກ VOV)

ແນະ​ນຳ​ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ​ຂອງ​ຊາດ ຫວຽດ​ນາມ ເຖິງ​ມະ​ຫາ​ຊົນ ລາວ

ແນະ​ນຳ​ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ​ຂອງ​ຊາດ ຫວຽດ​ນາມ ເຖິງ​ມະ​ຫາ​ຊົນ ລາວ

ງານວາງສະແດງພາຍຖ່າຍສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 197 5 – 30 ເມສາ 2025) ໂດຍສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຂຶ້ນໃນວັນທີ 22 ເມສາ ຢູ່ນະຄອນຫຼວງ ວຽງຈັນ

Top