ວັນທີ 31 ມັງກອນ, ທຳນຽບຂາວຢັ້ງຢືນວ່າ, ອາເມລິກາ ຈະຈັດວາງອັດຕາພາສີນຳເຂົ້າ 25% ສຳລັບ ການາດາ ແລະ ເມັກຊີໂກ ແລະ 10% ສຳລັບ ຈີນ ນັບແຕ່ວັນທີ 01 ກຸມພາ. ທ່ານເລຂາການຂ່າວຂອງທຳນຽບຂາວ Karoline Leavitt ໃຫ້ຮູ້ວ່າ, ແຜນການຈັດວາງອັດຕາພາສີສຳລັບ ການາດາ, ເມັກຊີໂກ ແລະ ຈີນ ດຳເນີນໄປຖືກຕ້ອງຕາມແຜນການທີ່ທ່ານປະທານາທິບໍດີ Donald Trump ໄດ້ແຈ້ງກ່ອນໜ້ານັ້ນ.
ນັບທັງ ເມັກຊີໂກ ແລະ ການາດາ ລ້ວນແຕ່ຖະແຫຼງວ່າ, ເຂົ້າເຈົາໄດ້ກະກຽມບັນດາມາດຕະການຈັດວາງອັດຕາພາສີເພື່ອໂຕ້ຕອບຖ້າມີຄວາມຈຳເປັນ ແລະ ສິ່ງດັ່ງກ່າວອາດຈະພາໄປເຖິງການເກີດການປະທະກັນດ້ານການຄ້າຢ່າງກວ້າງຂວາງກວ່າ ເຊິ່ງບັນດານັກເສດຖະກິດຖືວ່າ ອາດສາມາດສົ່ງຜົນສະທ້ອນເຖິງການເຕີບໂຕ ແລະ ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ.








