ວັນທີ 21 ມີນາ, ໃນສື່ສັງຄົມ Truth Social, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ກ່າວເຕືອນວ່າ ຖ້າຫາກ ອີຣານ ບໍ່ເປີດຊ່ອງແຄບ Hormuz ເປັນປົກກະຕິຄືນໃໝ່ໃນເວລາ 48 ຊົ່ວໂມງ, ອາເມລິກາ ຈະບຸກໂຈມຕີ ແລະ ທຳລາຍບັນດາໂຮງງານໄຟຟ້າຂອງປະເທດນີ້, ເລີ່ມແຕ່ໂຮງງານໃຫຍ່ສຸດ. ນີ້ແມ່ນຄັ້ງທຳອິດການນຳ ອາເມລິກາ ຍົກອອກຄຳຂາດນາບຂູ່ແນໃສ່ພື້ນຖານໂຄງລ່າງໄຟຟ້າຂອງ ອີຮານ. ກ່ອນໜ້ານັ້ນ, ທ່ານຖະແຫຼງວ່າ ການບຸກໂຈມຕີທາງອາກາດຂອງ ອາເມລິກາ ພຽງແຕ່ແນໃສ່ຮາກຖານລູກສອນໄຟ, ນິວເຄຼຍ ພ້ອມກັບບັນດາເປົ້າໝາຍການທະຫານ ແລະ ລະບົບບັນຊາການ, ການນຳຂອງ ອີຣານເທົ່ານັ້ນ.
ໂດຍຕອບຄືນບົດຂຽນຂອງທ່ານ Donald Trump, ກຳລັງປະກອບອາວຸດ ອີຣານ ຖະແຫຼງວ່າ ຖ້າຫາກພື້ນຖານໂຄງລ່າງເຊື້ອເພີງ ແລະ ພະລັງງານຂອງເຂົາເຈົ້າຖືກບຸກໂຈມຕີ, ຮາກຖານພະລັງງານ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂຮງແຍກເກືອອອກຈາກນ້ຳທະເລ ໃນທົ່ວ ຕາເວັນອອກກາງ ລ້ວນແຕ່ຈະຖືວ່າແມ່ນເປົ້າໝາຍ.








