• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ, ສ ເກົາຫຼີ ແລະ ຍີ່ປຸ່ນ ຢັ້ງຢືນຄືນໃໝ່ການຮ່ວມມືມຸ່ງໄປເຖິງການປອດນິວເຄຼຍໃນແຫຼມ ເກົາຫຼີ ຢ່າງສົມບູນ

ການພົບປະຫວ່າງມໍ່ໆມານີ້ລະຫວ່າງທ່ານປະທານ ສປປ ເກົາຫຼີ Kim Jong – un ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin. 3 ຝ່າຍຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການສົມທົບ 3 ຝ່າຍຕາມຄຳໝັ້ນສັນຍາພ້ອມກັນປຶກສາຫາລືລະຫວ່າງ 3 ປະເທດ.
  ທ່ານ Jake Sullivan, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ (ພາບ:Reuters)  
ວັນທີ 14 ກັນຍາ, ທ່ານ Jake Sullivan, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໄດ້ດຳເນີນການໂອ້ລົມທາງໂທລະສັບ 3 ຝ່າຍກັບທ່ານ Akiba Takeo, ເລຂາທິການໃຫຍ່ ຄະນະປ້ອງກັນຄວາມໝັ້ນຄົງແຫ່ງຊາດ ຍີ່ປຸ່ນ ແລະ ທ່ານ Cho Tae -yong, ຜູ້ອຳນວຍການຫ້ອງວ່າການປ້ອງກັນຄວາມໝັ້ນຄົງແຫ່ງຊາດ ສ ເກົາຫຼີ. 3 ຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບ ສປປ ເກົາຫຼີ ລວມມີ: ການພົບປະຫວ່າງມໍ່ໆມານີ້ລະຫວ່າງທ່ານປະທານ ສປປ ເກົາຫຼີ Kim Jong – un ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin. 3 ຝ່າຍຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການສົມທົບ 3 ຝ່າຍຕາມຄຳໝັ້ນສັນຍາພ້ອມກັນປຶກສາຫາລືລະຫວ່າງ 3 ປະເທດ. ຜູ້ຕາງໜ້າ 3 ປະເທດໄດ້ເຫັນດີເປັນເອກະພາບ ທັດສະນະທີ່ວ່າ: ທຸກໆການກະທຳຜະລິດອາວຸດຈາກ ສປປ ເກົາຫຼີ ໄປຍັງ ລັດເຊຍ ຈະແມ່ນການລະເມີດໂດຍກົງບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ເຊິ່ງລວມມີ ບັນດາມະຕິ ທີ່ ລັດເຊຍ ເຄີຍປ່ອນບັດຮັບຮອງເອົາ. ບັນດາຝ່າຍກໍ່ຢັ້ງຢືນຄືນໃໝ່ການຮ່ວມມືມຸ່ງໄປເຖິງການປອດນິວເຄຼຍໃນແຫຼມ ເກົາຫຼີ ຢ່າງສົມບູນ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top