• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ສືບຕໍ່ບຸກໂຈມຕີທາງອາກາດແນໃສ່ ເຢແມັນ

ບົດລາຍງານໃນເບື້ອງຕົ້ນໃຫ້ຮູ້ວ່າ, ບັນດາການບຸກໂຈມຕີທາງອາກາດເຮັດໃຫ້ຢ່າງໜ້ອຍສຸດມີ 1 ຄົນເສຍຊີວິດ ແລະ ນັບສີບຄົນຮັບບາດເຈັບ.
ກອງທັບອາກາດ ອາເມລິກາ ສືບຕໍ່ເປີດການບຸກໂຈມຕີທຳລາຍບັນດາເປົ້າໝາຍຂອງຂະບວນການ Houthi (ພາບ: THX/TTXVN)

ຕອນຄ່ຳວັນທີ 04 ພຶດສະພາ, ກອງທັບອາກາດ ອາເມລິກາ ສືບຕໍ່ເປີດການບຸກໂຈມຕີຫຼາຍຄັ້ງແນໃສ່ ເຢແມັນ, ຕີທຳລາຍບັນດາເປົ້າໝາຍຂອງຂະບວນການ Houthi. ຕາມບັນດາແຫຼ່ງຂ່າວ ອາຣັບ ແລ້ວ, ບັນດາການບຸກໂຈມຕີຄັ້ງຫຼ້າສຸດໃນຕອນຄ່ຳວັນທີ 04 ພຶດສະພາຂອງກອງທັບອາກາດ ອາເມລິກາ ແມ່ນແນໃສ່ເປົ້າໝາຍທ່າກຳປັ່ນຂົນສົ່ງເຊື້ອເພີງ Ras Isa ແລະ ເກາະ Karaman ຂຶ້ນກັບແຂວງ Hodeidah. ບັນດາເຂດນະຄອນຫຼວງ Sanaa ກໍ່ພວມຢູ່ໃນການຄວບຄຸມຂອງ Houthi, ເຮືອບິນ ອາເມລິກາ ກໍ່ດຳເນີນການບຸກໂຈມຕີຢ່າງໜ້ອຍສຸດ 3 ຄັ້ງແນໃສ່ບັນດາສາງອາວຸດຂອງ Houthi ຢູ່ແຫ່ງໜຶ່ງຂຶ້ນກັບ ທາງທິດໃຕ້ Sanaa. ບົດລາຍງານໃນເບື້ອງຕົ້ນໃຫ້ຮູ້ວ່າ, ບັນດາການບຸກໂຈມຕີທາງອາກາດເຮັດໃຫ້ຢ່າງໜ້ອຍສຸດມີ 1 ຄົນເສຍຊີວິດ ແລະ ນັບສີບຄົນຮັບບາດເຈັບ.

 ໃນເຫດການທີ່ກ່ຽວຂ້ອງ, ວັນທີ 04 ພຶດສະພາ, ກອງທັບ ອິດສະຣາແອັນ ຢັ້ງຢືນວ່າ ກຳລັງ Houthi ໄດ້ຍິງລູກສອນໄຟນຳວິຖີເຂົ້າໃສ່ເຂດສະໜາມບິນສາກົນ Ben Gurion ຢູ່ທາງພາກກາງປະເທດນີ້ໃນຕອນເຊົ້າວັນດຽວກັນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ

ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ

ບັນດາເອກະສານຮ່ວມມື ລວມມີ: ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງນະຄອນ ຮ່າໂນ້ຍ ແລະ ນະຄອນ ປັກກິ່ງ ໄລຍະ 2026 – 2030

Top