• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ສືບຕໍ່ຄັດຄ້ານ ບັນດາການຮຽກສິດໃນການເດີນເຮືອທີ່ຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ

      ໂດຍສະແດງຄວາມວິຕົກກັງວົນກ່ຽວກັບຄວາມເຄັ່ງຕຶງທີ່ພວມປິນຂັ້ນໄດຢູ່ ທະເລຕາເວັນອອກ, ທ່ານ Kin Moy ໄດ້ຢ້ຳຄືນ ການສະໜັບສະໜູນຂອງ ອາເມລິກາ ກ່ຽວກັບຄວາມເສລີໃນການເດີນເຮືອ ແລະ ການບິນ ພ້ອມທັງຄັດຄ້ານບັນດາການຮຽກສິດໃນການເດີນເຮືອ ທີ່ຜິດກົດໝາຍຂອງ ຈີນ ຢູ່ ທະເລຕາເວັນອອກ.
ພາບປະກອບ
      ວັນທີ 24 ມິຖຸນາ, ທ່ານ Kin Moy ເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບບັນດາບັນຫາຢູ່ ອາຊີຕາເວັນອອກ ແລະ ປາຊີຟິກ ຂຶ້ນກັບກະຊວງການຕ່າງປະເທດ ອາເມລິກາ, ໄດ້ມີການພົບປະກັບບັນດາເຈົ້າໜ້າທີ່ອາວຸໂສ ບັນດາປະເທດສະມາຊິກກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS). ທ່ານ Kin Moy ກໍ່ໄດ້ພົບປະກັບທ່ານ Michael Tene ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບ ປະຊາຄົມ, ການເມືອງ - ຄວາມໝັ້ນຄົງ. ທີ່ການພົບປະ, ທ່ານ Kin Moy ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ອາເມລິກາ ສຳລັບ ອາຊຽນ ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ, ທ່ານໄດ້ເນັ້ນໜັກເຖິງການສະໜັບສະໜູນຢ່າງແຮງຂອງ ອາເມລິກາ ສຳລັບ ບົດບາດເປັນໃຈກາງຂອງ ອາຊຽນ ແລະ ບັນດາລະບອບລະບຽບການ ກັບ ອາຊຽນ ເປັນໃຈກາງ. ທ່ານ Kin Moy ກໍ່ໄດ້ປຶກສາຫາລືເຖິງຄວາມສຳຄັນຂອງການຮັກສາຄວາມເປັນລະບຽບຮຽບຮ້ອຍ ໂດຍອີງໃສ່ກົດໝາຍ ແລະ ຢ້ຳຄືນການສະໜັບສະໜູນຂອງ ອາເມລິກາ ຕໍ່ບັນດາທັດສະນະຂອງ ອາຊຽນ ກ່ຽວກັບ ມະຫາສະໝຸດ ອິນເດຍ - ປາຊີຟິກ.
            ນັກການທູດ ອາເມລິກາ ກໍ່ເຕື້ອງເຖິງເລື່ອງ ອາເມລິກາ ໜູນຊ່ວຍບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ລວມມີການປະກາດປະກອບສ່ວນວັກຊິນກ່ວາ 500 ລ້ານໂດສ ໃຫ້ແກ່ບັນດາປະເທດໃນໂລກ. ທ່ານ Kin Moy ກໍ່ເນັ້ນໜັ້ກເຖິງຄວາມສຳຄັນ ຂອງບັນດາການກະທຳຢ່າງຂ້ຽວຂາດ ເພື່ອແນໃສ່ແກ້ໄຂວິກິດໃນການປ່ຽນແປງຂອງດິນຟ້າອາກາດ ດ້ວຍຈຸດສຸມແມ່ນບັນດາເປົ້າໝາຍຫຼຸດຜ່ອນການປ່ອຍອາດພິດ ຈົດຮອດປີ 2030 ແລະ ຄວາມມານພະຍາຍາມລວມເພື່ອບັນລຸໄດ້ເປົ້າໝາຍຫຼຸດການປ່ອຍອາຍພິດລົງລະດັບ 0 ໃນປີ 2050.
            ໂດຍສະແດງຄວາມວິຕົກກັງວົນກ່ຽວກັບຄວາມເຄັ່ງຕຶງທີ່ພວມປິນຂັ້ນໄດຢູ່ ທະເລຕາເວັນອອກ, ທ່ານ Kin Moy ໄດ້ຢ້ຳຄືນ ການສະໜັບສະໜູນຂອງ ອາເມລິກາ ກ່ຽວກັບຄວາມເສລີໃນການເດີນເຮືອ ແລະ ການບິນ ພ້ອມທັງຄັດຄ້ານບັນດາການຮຽກສິດໃນການເດີນເຮືອ ທີ່ຜິດກົດໝາຍຂອງ ຈີນ ຢູ່ ທະເລຕາເວັນອອກ. ທ່ານກໍ່ເນັ້ນໜັກເຖິງ ການສະໜັບສະໜູນຂອງ ອາເມລິກາ ສຳລັບບັນດາຄວາມມານະພະຍາຍາມອັນຊອບທຳ ຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ທີ່ມີອະທິປະໄຕຢູ່ທະເລຕາເວັນອອກແມ່ນ ເພື່ອແນໃສ່ສຳຜັດກັບບັນດາແຫຼ່ງຊັບພະຍາກອນທາງທະເລຂອງຕົນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top