• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຢາກສ້າງຕັ້ງພັນທະມິດການຄ້າຕ້ານ ຈີນ

      ວັນທີ 04 ຕຸລາ, ທີ່ປຶດສາດ້ານເສດຖະກິດຂັ້ນສູງຂອງທຳນຽບຂາວທ່ານໜຶ່ງໃຫ້ຮູ້ວ່າ: ອາເມລິກາ ພວມຢາກເປັນພັນທະມິດກັບບັນດາພື້ນຖານເສດຖະກິດໃຫຍ່ ເພື່ອຕ້ານຄືນບັນດາການເຄື່ອນໄຫວດ້ານການຄ້າ “ຂາດຄວາມຍຸຕິທຳ” ຂອງ ຈີນ.

(ພາບປະກອບ)
      ກ່າວຄຳເຫັນທີ່ສະໂມສອນເສດຖະກິດຢູ່ນະຄອນຫລວງ ວໍຊິງຕັນ, ທ່ານ Larry Kudlow ປະທານສະພາເສດຖະກິດແຫ່ງຊາດໃຫ້ຮູ້ວ່າ: ອາເມລິກາ ພວມກ້າວໄປເຖິງສິ່ງທີ່ທ່ານຖືວ່າແມ່ນພັນທະມິດການຄ້າ ພ້ອມແລ້ວທີ່ຈະສູ້ຢັນກັບ ຈີນ. ປັດຈຸບັນ ວໍຊິງຕັນ ພວມມີການແລກປ່ຽນກັບສະຫະພາບ ເອີຣົບ (ອີຢູ) ແລະ ຍີ່ປຸ່ນ ຄືນໃໝ່. ທ່ານ Kudlow ກໍ່ໃຫ້ຮູ້ວ່າ: ວໍຊິງຕັນ ຍັງຄົງຮັກສາບັນດາຊ່ອງທາງຕິດຕໍ່ພົວພັນກັບ ປັກກິ່ງ ຢູ່, ແຕ່ປັດຈຸບັນ ຍັງບໍ່ທັນມີແຜນການເຄື່ອນໄຫວທາງການທູດລະຫວ່າງ 2 ປະເທດ ຕື່ມອີກເທື່ອ.
       ໃນເດືອນ ກັນຍາ, ອາເມລິກາ, ຍີ່ປຸ່ນ ແລະ ອີຢູ ໄດ້ປະກາດວ່າ ພວມພ້ອມກັນພິຈາລະນາ “ບັນດາມາດຕະການອາດຈະ” ຕ້ານຄືນບັນດາການເຄື່ອນໄຫວດ້ານອຸດສາຫະກຳທີ່ຂາດຄວາມສະເໝີພາບທີ່ກ່ຽວຂ້ອງເຖິງ ປັກກິ່ງ ຄື: ປະລິມານການຜະລິດເຫລືອເກີນ, ການບຸກໂຈມຕີທາງອິນເຕີເນັດ ແລະ ການບັງຄັບໃຫ້ຖ່າຍທອດເຕັກໂນໂລຊີ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top