• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ມີຄວາມປະທັບໃຈກ່ຽວກັບວິທີການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ

      ເມື່ອຕອບສຳພາດຕໍ່ນັກຂ່າວ VOV ໃນວັນທີ 13 ເມສາ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink ໄດ້ຢັ້ງຢືນວ່າ: ອາເມລິກາ ມີຄວາມປະທັບໃຈທີ່ສຸດກ່ຽວກັບວິທີການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ.

ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink
      ລັດຖະບານ ອາເມລິກາ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າ ແລະ ຍາມໃດກໍ່ຮຽງບ່າຮຽງໄຫຼ່ກັບ ຫວຽດນາມ ເພື່ອຄວບຄຸມໂລກລະບາດ ໂຄວິດ-19. ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຖືວ່າ: ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໄດ້ມີຄວາມເປັນເຈົ້າການທີ່ສຸດ, ຕັ້ງໜ້າ, ຮ່ວມມື ແລະ ເປີດເຜີຍໃນວຽກງານປ້ອງກັນ, ສະກັດກັ້ນໂຄວິດ-19. ທ່ານກ່າວວ່າ:
        “ຂ້າພະເຈົ້າອາດຈະເວົ້າດ້ວຍຄວາມເອກອ້າງທະນົງໃຈວ່າ: ຫວຽດນາມ ແລະ ອາເມລິກາ ມີການພົວພັນຮ່ວມມືດ້ານສາທາລະນະສຸກທີ່ຍາວນານ. ກຸ່ມປະຕິບັດງານໃຫຍ່ສຸດທີ່ເຮັດວຽກໃນບັນດາຄະນະປະຕິບັດງານປະຈຳຕ່າງປະເທດຂອງ ອາເມລິກາ ແມ່ນກຸ່ມປະຕິບັດງານກ່ຽວກັບດ້ານສາທາລະນະສຸກ ທີ່ມີກຳລັງພະນັກງານ ກວ່າ 100 ຄົນໄດ້ຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ. ນັ້ນແມ່ນບັນດາຜູ້ຕາງໜ້າທີ່ມາຈາກສູນຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດ (CDC), ອົງການພັດທະນາສາກົນ ອາເມລິກາ (USAID), ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ພ້ອມດ້ວຍອົງການຕ່າງໆຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດກ່ຽວກັບການພົວພັນຄູ່ຮ່ວມມືຢ່າງແຮງ ແລະ ຍາວນານກ່ຽວກັບດ້ານສາທາລະນະສຸກລະຫວ່າງ ອາເມລິກາ ແລະ ຫວຽດນາມ, ພວກຂ້າພະເຈົ້າກໍ່ມີຄວາມເອກອ້າງປະທັບໃຈທີ່ສຸດ ຍ້ອນ 2 ປະເທດໄດ້ຮ່ວມແຮງຮ່ວມໃຈໃນການຕໍ່ສູ້ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ.
 (ແຫຼ່ງຄັດຈາກ VOV)

ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່

ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່

ການພົວພັນລະຫວ່າງ 2 ປະເທດໄດ້ຜ່ານເຄິ່ງສະຕະວັດ ແລະ ພວມຢູ່ໃນໄລຍະດີງາມທີ່ສຸດໃນປະຫວັດສາດ.

Top