• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ມອບເຄື່ອງຊ່ວຍຫາຍໃຈຈຳນວນ 100 ເຄື່ອງ ໃຫ້ ຫວຽດນາມ

      -      ຕອນເຊົ້າວັນທີ 30 ກັນຍາ ຢູ່ຮ່າໂນ້ຍ, ໂດຍຜ່ານ ອົງການພັດທະນາສາກົນ ອາເມລິກາ (USAID), ລັດຖະບານ ອາເມລິກາ ໄດ້ມອບເຄື່ອງຊ່ວຍຫາຍໃຈຈຳນວນ 100 ເຄື່ອງທີ່ ຫາກໍ່ຜະລິດໃຫ້ ຫວຽດນາມ ເພື່ອໜູນຊ່ວຍເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ອາເມລິກາ ມອບເຄື່ອງຊ່ວຍຫາຍໃຈຈຳນວນ 100 ເຄື່ອງ ໃຫ້ ຫວຽດນາມ (ພາບ: vov.vn)
      ທ່ານ ຫງວຽນແທັ່ງລອງ ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ຕີລາຄາວ່າ ນີ້ແມ່ນເຫດການສຳຄັນໄດ້ສ້າງຂີດໝາຍໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ໃນຂົງເຂດສາທາລະນະສຸກ ກໍຄືການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ເປັນການຊ່ວຍເພີ່ມທະວີກຳລັງຄວາມສາມາດໃນການປິ່ນປົວຂອງ ຫວຽດນາມ.
        ທ່ານ  Daiel J.Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ເລື່ອງລັດຖະບານ ອາເມລິກາ ຕົກລົງມອບເຄື່ອງຊ່ວຍຫາຍໃຈ 100 ເຄື່ອງທີ່ຫາກໍ່ຜະລິດມາໃໝ່ໆ ໃຫ້ ຫວຽດນາມ ນັ້ນ ແມ່ນປະຕິບັດຕາມການສະເໜີຂອງ ທ່ານປະທານາທິບໍດີ Donald Trump.
        ໄປຄຽງຄູ່ກັນນັ້ນ, ໂດຍຜ່ານອົງການ USAID, ລັດຖະບານ ອາເມລິກາ ຍັງໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍເງິນຈຳນວນ 9,5 ລ້ານ USD ໃຫ້ ຫວຽດນາມ ເພື່ອຮັບມືກັບໂລກລະບາດໂຄວິດ - 19 ຕື່ມອີກ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top