• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຈະປະກາດແຜນການສັນຕິພາບຕາເວັນອອກກາງໃນອາທິດຈະມາເຖິງ

      ທ່ານ D.Trump ຢືນຢັນວ່າ, ຊາວປາແລັດສະຕິນ ຈະມີປະຕິກິລິຍາຢ່າງຮ້າຍແຮງຕໍ່ແຜນການຂອງທ່ານ, ແຕ່ສິ່ງນັ້ນນຳມາເຊິ່ງຜົນປະໂຫຍດໃຫ້ແກ່ເຂົາເຈົ້າ.

 ທ່ານປະທານາທິບໍດີອາເມລິກາ Donald Trump ຈະປະກາດແຜນການສັນຕິພາບ ຕາເວັນອອກກາງ
(ພາບປະກອບ: REUTERS)
      ວັນທີ 23 ມັງກອນ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ຈະປະກາດແຜນການສັນຕິພາບ ເຊິ່ງໄດ້ຮັບຄວາມລໍຄອຍແຕ່ດົນນານມາແລ້ວໃຫ້ແກ່ຕາເວັນອອກກາງ ກ່ອນການໄປຢ້ຽມຢາມອາເມລິກາ ຂອງທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ໃນອາທິດຈະມາເຖິງ.
          ກ່າວຄຳເຫັນຕໍ່ໜ້າບັນດານັກຂ່າວເມື່ອພວມເດີນທາງໄປ Miami ເພື່ອເຂົ້າຮ່ວມເຫດການດ້ານການເມືອງ, ທ່ານ D.Trump ຢືນຢັນວ່າ, ຊາວປາແລັດສະຕິນ ຈະມີປະຕິກິລິຍາຢ່າງຮ້າຍແຮງຕໍ່ແຜນການຂອງທ່ານ, ແຕ່ສິ່ງນັ້ນນຳມາເຊິ່ງຜົນປະໂຫຍດໃຫ້ແກ່ເຂົາເຈົ້າ. ຄາດວ່າ, ທ່ານປະທານາທິບໍດີ D.Trump ຈະຕ້ອນຮັບທ່ານນາຍົກລັດຖະມົນຕີ Benjamin Netanyahu ຢູ່ທຳນຽບຂາວ ໃນວັນທີ 28 ມັງກອນ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top