• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາສືບຕໍ່ຈຳກັດຜູ້ເຂົ້າຕັ້ງຖິ່ນຖານ ແລະ ແຮງງານຕ່າງປະເທດເຖິງໝົດປີ 2020

      ວັນທີ 22 ມິຖຸນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາໄດ້ປະກາດໃຊ້ລັດຖະດຳລັດຫ້າມຜູ້ອອກແຮງງານຕ່າງປະເທດ ແລະ ຢຸດຕິການອອກວີຊາເຂົ້າເມືອງຕັ້ງຖິ່ນຖານເຖິງໝົດປີ 2020. 

ຜູ້ເຂົ້າເມືອງຕັ້ງຖິ່ນຖານຈັດເປັນແຖວຢູ່ນອກຫ້ອງການທີ່ປຶກສາກ່ຽວກັບສິດເຂົ້າເມືອງຕັ້ງຖິ່ນຖານແຫ່ງໜຶ່ງ
ຢູ່ອາເມລິກາ (ພາບ: AFP/TTXVN)
      ວົງການເຈົ້າໜ້າທີ່ໃນອຳນາດການປົກຄອງຂອງ ທ່ານ ປະທານາທິບໍດີDonald Trump ຖືວ່າການຕັດສິນດັ່ງກ່າວ ແນໃສ່ປົກປ້ອງ ແຮງງານອາເມລິກາໃນສະພາບການຊາວອາເມລິກາຫຼາຍຄົນບໍ່ມີວຽກເຮັດງານທຳຍ້ອນໂລກລະບາດ Covid – 19. ການຕັດສິນດັ່ງກ່າວອາດຈະສ້າງຜົນກະທົບເຖິງຜູ້ອອກແຮງງານຕ່າງປະເທດນັບຫຼາຍລ້ານຄົນ ຢູ່ອາເມລິກາ.
            ຕາມລັດຖະດຳລັດນີ້ແລ້ວ, ແມ່ນຈະຢຸດຊົ່ວຄາວການອອກວີຊາເຮັດວຽກໃຫ້ແກ່ຜູ້ອອກແຮງງານຕ່າງປະເທດ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີ, ບໍລິການບົວລະບັດສວນ, ທິວທັດ ແລະ ເຄື່ອງປ່າຂອງດົງ ແຕ່ວ່າບໍ່ຈັດວາງໃຫ້ແກ່ຜູ້ອອກແຮງງານຕ່າງປະເທດ 20.000 ຄົນໃນຂົງເຂດດູແລເດັກນ້ອຍ. ລັດຖະບານອາເມລິກາກໍ່ໃຫ້ຮູ້ວ່າ ຈະປະກາດໃຊ້ບັນດາຂໍ້ກຳນົດໃໝ່ເຊິ່ງປະຕິເສດການອະນຸຍາດໃຫ້ບັນດາຜູ້ຄົນທີ່ພວມລໍຖ້າໄດ້ຮັບການລີ້ໄພຢູ່ອາເມລິກາມີວຽກເຮັດງານທຳ ຍ້ອນວ່າ ໂຄງການມະນຸດສະທຳນີ້ພວມຖືກສວຍໃຊ້ດ້ວຍບັນດາຜູ້ອົບພະຍົບເພື່ອຈຸດປະສົງທາງດ້ານເສດຖະກິດ.
 (ແຫຼ່ງຄັດຈາກ VOV)
 

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top