• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ+3 EAS ແລະ ARF: ເລັ່ງໃສ່ບັນດາບັນຫາພາກພື້ນ ແລະ ສາກົນ

      ໃນວັນທີ 7/8, ສືບຕໍ່ລາຍການເຮັດວຽກໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50 ແລະ ບັນດາກອງປະຊຸມກ່ຽວຂ້ອງ, ໄດ້ດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ+3 ຄັ້ງທີ 18

(ພາບປະກອບ)
      ກອງປະຊຸມລັດຖະມົນຕີການຕ່າງປະເທດ ບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS) ຄັ້ງທີ 7 ແລະ ເວທີປາໄສພາກພື້ນອາຊຽນ (ARF) ຄັ້ງທີ 24. ຈຸດສຸມຂອງບັນດາກອງປະຊຸມແມ່ນສຳຫຼວດກວດຄືນການພົວພັນ ແລະ ການຮ່ວມມືລະຫວ່າງບັນດາຝ່າຍໃນໄລຍະຜ່ານມາ, ກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ, ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍມີຄວາມສົນໃຈ, ພ້ອມທັງກະກຽມໃຫ້ແກ່ກອງປະຊຸມຂັ້ນສູງ ອາຊຽນ ກັບບັນດາຄູ່ຮ່ວມມືໃນເດືອນ 11/2017.
ກອງປະຊຸມ ອາຊຽນ+3 ຮັບຮອງເອົາແຜນການປະຕິບັດງານ ໄລຍະ 2018 – 2022 ເພື່ອກຳນົດທິດໃຫ້ແກ່ການຮ່ວມມື ອາຊຽນ+3 ໃນ 5 ປີ ຈະມາເຖິງ; ກອງປະຊຸມ ARF ຮັບຮອງເອົາບັນຊີລາຍຊື່ບັນດາການເຄື່ອນໄຫວໃຫ້ປີກາງສະໄໝ 2017 – 2018, ໃນນັ້ນ ຫວຽດນາມ ຈະເປັນເຈົ້າພາບ 2 ກອງປະຊຸມສຳມານະກ່ຽວກັບບັນດາຫົວຂໍ້ການຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍບົນທະເລ ແລະ ສ້າງກຳລັງຄວາມສາມາດໃຫ້ແກ່ກຳລັງຮັກສາສັນຕິພາບ.
       ຢູ່ນອກບັນດາບັນຫາພາກພື້ນ ແລະ ສາກົນ, ທີ່ບັນດາກອງປະຊຸມ ອາຊຽນ+3, EAS ແລະ ARF, ບັນດາລັດຖະມົນຕີປຶກສາຫາລືບັນດາບັນຫາທີ່ຕ່າງຝ່າຍມີຄວາມສົນໃຈ, ສົ່ງຜົນສະທ້ອນໂດຍກົງເຖິງເລື່ອງຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ, ໃນນັ້ນພົ້ນເດັ່ນແມ່ນສະພາບຢູ່ທະເລຕາເວັນອອກ, ແຫຼມເກົາຫຼີ ແລະ ບັນດາການທ້າທາຍຄວາມໝັ້ນຄົງໃໝ່ຄື: ກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງ, ຄວາມປອດໄພທາງເຄືອຂ່າຍອິນເຕີແນດ. ບັນດາລັດຖະມົນຕີເນັ້ນໜັກວ່າ: ສັນຕິພາບ ແລະ ປ້ອງກັນຄວາມສະຫງົບ ແມ່ນເງື່ອນໄຂຕັດສິນຊີ້ຂາດຊຸກຍູ້ການຮ່ວມມື, ພັດທະນາ ແລະ ວັດຖະນາຖາວອນລວມຂອງທຸກປະເທດໃນພາກພື້ນ ແລະ ນອກພາກພື້ນ. ກອງປະຊຸມຢືນຢັນເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຄວາມປອດໄພໃນການເດີນທະເລ ແລະ ການບິນ ຢູ່ທະເລຕາເວັນອອກ ແລະ ຊົມເຊີຍເລື່ອງ ອາຊຽນ ແລະ ຈີນ ເຫັນດີເປັນເອກະພາບຮັບຮອງເອົາຮ່າງກົດແຫ່ງການປະພຶດຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (COC) ເປັນພື້ນຖານຊຸກຍູ້ການເຈລະຈາກໍ່ສ້າງ COC ຢ່າງມີຄວາມປະສິດທິຜົນ ແລະ ແທດຈິງ.
       ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານ ຟ້າມບີງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ສະເໜີ ອາຊຽນ+3 ສຸມໃສ່ການຮ່ວມມືດ້ານການຄ້າ, ການເງິນ, ຍົກສູງກຳລັງຄວາມສາມາດ ແລະ ການເຊື່ອມຕໍ່ພາກພື້ນ, ສະຫງວນບຸລິມະສິດໃຫ້ແກ່ການພັດທະນາວິສາຫະກິດນ້ອຍທີສຸດ, ນ້ອຍ ແລະ ກາງ (MSMEs). ທີ່ກອງປະຊຸມ EAS, ທ່ານ ຮອງນາຍົກລັດຖະມົນຕີ ສະເໜີວ່າ ອາຊຽນສືບຕໍ່ເສີມຂະຫຍາຍບົດບາດໄຈກາງ, ພິຈາລະນາເພີ່ມເຕີມການຮ່ວມມືບົນທະເລເປັນຂົງເຂດຮ່ວມມືບຸລິມະສິດໃໝ່ຂອງ EAS ຢ່າງຕັ້ງໜ້າ, ເໝາະສົມກັບຜົນປະໂຫຍດ ແລະ ຄວາມສົນໃຈຂອງທຸກປະເທດ. ໃນກອງປະຊຸມ ARF, ທ່ານ ຮອງນາຍົກລັດຖະມົນຕີສະເໜີເຖິງການປັບປຸງ ແລະ ເປິດກວ້າງບັນດາມາດຕະການເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື້ອໃຈ, ສ້າງສະຕິຄວາມຮັບຮູ້ລວມ ແລະ ກຳລັງຄວາມສາມາດຜັນຂະຫຍາຍການການທູດສະກັດກັ້ນ.
 (ແຫຼ່ງຄັດຈາກ VOV)

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top