• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຮ່ວມມືໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ

      ຫວຽດນາມ ໃຫ້ຄຳໝັ້ນສັນຍາເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຂອບເຂດຮ່ວມມືຂອງ ອາຊຽນ ເວົ້າລວມ ແລະ ການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເວົ້າສະເພາະ.
ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ (ພາບ: TTXVN)
      ຕອນເຊົ້າວັນທີ 29 ກັນຍາ, ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 15 (AMMTC 15) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງຖືກຈັດຂຶ້ນແບບທາງໄກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຂອບເຂດຮ່ວມມືຂອງ ອາຊຽນ ເວົ້າລວມ ແລະ ການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເວົ້າສະເພາະ.
        ໃນໄລຍະຈະມາເຖິງ, ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ສະເໜີໃຫ້ບັນດາປະເທດໃນພາກພື້ນ ສືບຕໍ່ຮັກສາ ແລະ ປັບປຸງການພົວພັນຮ່ວມມື. ພ້ອມດຽວກັນນັ້ນ, ບັນດາຝ່າຍເປັນເຈົ້າການສ້າງຕັ້ງຊ່ອງຂໍ້ມູນຂ່າວສານ, ຍົກສູງປະສິດທິຜົນການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ… ຄວນເປັນເຈົ້າການໃນການຮັບມືກັບສະພາບການປົກກະຕິໃໝ່; ເພີ່ມທະວີການຮ່ວມມືກັບບັນດາປະເທດຄູ່ຮ່ວມມື, ຄູ່ເຈລະຈາຂອງ ອາຊຽນ ໃນການຍົກສູງກຳລັງຄວາມສາມາດຂອງພະນັກງານ ແລະ ໜູນຊ່ວຍອຸປະກອນ, ພາຫະນະເຕັກນິກຮັບໃຊ້ວຽກງານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ. ໄປຄຽງຄູ່ກັນນັ້ນ, ສົ່ງເສີມບັນດາຄູ່ຮ່ວມມືໜູນຊ່ວຍ ອາຊຽນ ໃນການຄວບຄຸມ, ຮັບມືກັບໂລກລະບາດ ໂຄວິດ - 19, ໜູນຊ່ວຍການສະໜອງວັກຊິນ ແລະ ຍົກສູງກຳລັງຄວາມສາມາດຜະລິດວັກຊິນກໍຄືການຖ່າຍທອດເຕັກໂນໂລຢີຜະລິດ.
        ສິ້ນສຸດວາລະປະຊຸມຄົບຄະນະ, ບັນດາລັດຖະມົນຕີກປະເທດຕ່າງໆໃນ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມ AMMTC 15.
(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ເຂົ້າ​ຮ່ວມ​ພິ​ທີປະ​ດັບຫຼຽນ​ໄຊ​ຂອງ​ ລາວ ​ມອບ​ໃຫ້​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ເຂົ້າ​ຮ່ວມ​ພິ​ທີປະ​ດັບຫຼຽນ​ໄຊ​ຂອງ​ ລາວ ​ມອບ​ໃຫ້​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນໜຶ່ງໃຫ້ແກ່ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ພ້ອມດ້ວຍບັນດາອະດີດຮອງປະທານປະເທດ ທ່ານນາງ ຫງວຽນທິບິ່ງ, ທ່ານນາງ ເຈື່ອງໝີຮວາ, ທ່ານນາງ ຫງວຽນທິຢວານ ແລະ ທ່ານນາງ ດັ້ງທິງອກທິ້ງ.

Top