• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບ

ອາຊຽນ ຈະບໍ່ກາຍເປັນ “ສັງວຽນແກ່ງແຍ້ງ” ຫຼື ເປັນກຳລັງມອບສິດໃຫ້ບໍ່ວ່າປະເທດໃດ, ພ້ອມທັງຮຽກຮ້ອງການເຄົາລົບກົດໝາຍສາກົນຢ່າງສະເໝີຕົ້ນສະເໝີປາຍ.
ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ປະທານ ອາຊຽນ 2023 (ພາບ: ANTARA)

ວັນທີ 14 ກໍລະກົດ, ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ປະທານ ອາຊຽນ 2023, ໄດ້ຢືນຢັນວ່າ ອາຊຽນ ສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບ, ກໍຄືເພີ່ມທະວີບົດບາດໃຈກາງຂອງກຸ່ມ ໃນເລື່ອງຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ.       

ກ່າວຄຳເຫັນທີ່ການຕ້ອນຮັບ, ບັນດາທ່ານລັດຖະມົນຕີການຕ່າງປະເທດເຂົ້າຮ່ວມກອງປະຊຸມ AMM – 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານປະທານາທິບໍດີ Joko Widodo, ເນັ້ນໜັກວ່າ, ອາຊຽນ ຈະບໍ່ກາຍເປັນ “ສັງວຽນແກ່ງແຍ້ງ” ຫຼື ເປັນກຳລັງມອບສິດໃຫ້ບໍ່ວ່າປະເທດໃດ, ພ້ອມທັງຮຽກຮ້ອງການເຄົາລົບກົດໝາຍສາກົນຢ່າງສະເໝີຕົ້ນສະເໝີປາຍ. ທ່ານ Joko Widodo, ໄດ້ໃສ່ໃຈວ່າ ບັນດາປະເທດ ອາຊຽນ ຕ້ອງມີຄວາມເຂົ້າໃຈ, ມີພູມປັນນຍາ ກໍຄືການໜູນຊ່ວຍຂອງທັງບັນດາປະເທດພັດທະນາ ແລະ ປະເທດເປັນມິດ ເພື່ອມຸ່ງໄປເຖິງວິທີສຳຜັດເພື່ອຜົນປະໂຫຍດລວມ. ການນຳ ອິນໂດເນເຊຍ ສະແດງຄວາມເຊື່ອໝັ້ນວ່າ ການເຂົ້າຮ່ວມຂອງບັນດາປະເທດຢູ່ກອງປະຊຸມຄັ້ງຕ່າງໆຂອງ AMM -56 ແມ່ນເພື່ອຊອກຫາມາດຕະການແກ້ໄຂໃຫ້ແກ່ບັນດາບັນຫາພາກພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top