• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ລັດເຊຍ ເພີ່ມທະວີການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນ

      ການຄ້າສອງສົ້ນລະຫວ່າງ ອາຊຽນ ແລະ ລັດເຊຍ ນັບມື້ນັບເພີ່ມຂຶ້ນ, ໂດຍບັນລຸໄດ້ 16,79 ຕື້ USD ໃນ ປີ 2017 ແລະ FDI ຂອງ ລັດເຊຍ ທີ່ລົງທຶນເຂົ້າ ອາຊຽນ ບັນລຸໄດ້ 47,72 USD.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການຮ່ວມມືລວມ ລະຫວ່າງ ອາຊຽນ - ລັດເຊຍ
(ພາບ: ຄະນະປະຕິບັດງານ ຫວຽດນາມ ປະຈຳ ອາຊຽນ).
      ວັນທີ 2 ເມສາ, ຢູ່ສຳນັກງານຄະນະເລຂາທິການ ອາຊຽນ ຢູ່ຈາກາຕາ  ປະເທດອິນໂອເນເຊຍ, ໄດ້ດຳເນີນກອງປະຊຸມຂັ້ນເອກອັກຄະລັດຖະທູດຄັ້ງທີ 17 ຂອງ ຄະນະກຳມະການຮ່ວມມືລວມ ລະຫວ່າງ ອາຊຽນ - ລັດເຊຍ (ARJCC) ເພື່ອແນໃສ່ສຳຫຼວດກວດກາຄືນ ແລະ ແລກປ່ຽນບັນດາມາດຕະການຊຸກຍູ້ການຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມື ລະຫວ່າງ ອາຊຽນ - ລັດເຊຍ.
        ທີ່ກອງປະຊຸມ, ບັນດາປະເທດອາຊຽນ ແລະ ລັດເຊຍ ໄດ້ຕີລາຄາສູງການຍົກລະດັບການພົວພັນ ອາຊຽນ - ລັດເຊຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນເດືອນ ພະຈິກ ປີ 2018 ແລະ ຮັບຮູ້ບັນດາໝາກຜົນ ທີ່ບັນລຸໄດ້ຢ່າງຕັ້ງໜ້າໃນບັນດາຂົງເຂດການຮ່ວມມືໃນປີ ທີ່ຜ່ານມາ.
        ໃນການຜັນຂະຫຍາຍແຜນການ ກະທຳຢ່າງຮອບດ້ານ ອາຊຽນ - ລັດເຊຍ ໄລຍະປີ 2016 – 2020, ໄດ້ມີ 79 ໃນຈຳນວນ 139 ການກະທຳໄດ້ຮັບການປະຕິບັດໃນບັນດາຂົງເຂດຄື: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການເຊື່ອມຕໍ່ ແລະຮັດແຄບຊ່ອງວ່າງການພັດທະນາ. ບັນດາການເຄື່ອນໄຫວ, ໂຄງການຮ່ວມມືລະຫວ່າງສອງຝ່າຍໄດ້ຮັບການຜັນຂະຫຍາຍຜ່ານກອງທຶນການເງິນຄູ່ຮ່ວມມື ເຈລະຈາ ອາຊຽນ - ລັດເຊຍ, ດ້ວຍການປະກອບສ່ວນ ຈາກ ລັດເຊຍ ໃນ ແຕ່ລະປີແມ່ນ 1,5 ລ້ານ USD.
        ປັດຈຸບັນ ລັດເຊຍ ແມ່ນຄູ່ຄ້າລາຍໃຫຍ່ອັນດັບທີ 8 ແລະ ແມ່ນແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ອັນດັບທີ 10 ຂອງ ອາຊຽນ. ການຄ້າສອງສົ້ນລະຫວ່າງ ອາຊຽນ ແລະ ລັດເຊຍ ນັບມື້ນັບເພີ່ມຂຶ້ນ, ໂດຍບັນລຸໄດ້ 16,79 ຕື້ USD ໃນ ປີ 2017 ແລະ FDI ຂອງ ລັດເຊຍ ທີ່ລົງທຶນເຂົ້າ ອາຊຽນ ບັນລຸໄດ້ 47,72 USD
 (ແຫຼ່ງຄັດຈາກ VOV)

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

ຄະນະບໍລິຫານກອງທຶນດິນຟ້າອາກາດ ສີຂຽວໃຫ້ຮູ້ວ່າ: ກອງທຶນນີ້ໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ໂດລາສະຫະລັດຂອງ 25 ປະເທດໃນໂລກ

Top