ຟ້າມຢຸຍທາຍ (ຢູ່ຕາແສງແຄງທ້ວນ, ເມືອງອູມິນ) ປີນີ້ມີອາຍຸ 21 ປີແຕ່ໄດ້ເຮັດອາຊີບລ້ຽງເຜິ້ງມາໄດ້ 6 ປີແລ້ວ ແລະ ມີຊ່ອງ Youtube ສະເພາະຂອງຕົນກ່ຽວກັບອາຫານພິເສດ, ຊິວິດການເປັນຢູ່ໃນເຂດດິນແດນທີ່ໃຫ້ກຳເນີດ-ເຂດປ່າອູມິນໃຕ້. ບັນດາຄິບກ່ຽວກັບການໄປເອົານ້ຳເຜິ້ງ ໄດ້ຊ່ວຍໃຫ້ຊ່ອງ Youtube ຂອງອ້າຍ ມີຜູ້ເຂົ້າເບິ່ງເຖິງກ່ວາ 12.000 ເທື່ອຄົນ. ຜູ້ຊົມສາມາດເຫັນປະຈັກຕາຮັງເຜິ້ງ, ວິທີເອົານ້ຳເຜິ້ງ, ສະນັ້ນ, ການຂາຍນ້ຳເຜິ້ງຂອງອ້າຍຈຶ່ງນັບມື້ນັບງ່າຍດາຍກ່ວາ. ເມື່ອຂາຍນ້ຳເຜິ້ງຜ່ານຊ່ອງ Youtube ໄດ້ 2,3 ເທື່ອ, ຟ້າມຢຸຍທາຍ ກໍ່ຮູ້ໄດ້ວ່າ ຕົນເອງກໍ່ຊອກຫາໄດ້ທິດເດີນໃນການພັດທະພະນາອາຊີບເອົານ້ຳເຜິ້ງ:
ເມື່ອໄປເອົານ້ຳເຜິ້ງນ້ອງກໍເອົາກ້ອງ camera ມັດໃສ່ຫົວ ເພື່ອໃຫ້ຜູ້ຊົມຮ່ວມເດີນທາງໄປນຳນ້ອງເລີຍ ທ້າຍຄິຼບນ້ອງໄດ້ບອກເບີໂທລະສັບຂອງນ້ອງ, ລູກຄ້າຜູ້ໃດມີຄວາມຕ້ອງການຊື້ນ້ຳເຜິ້ງກໍ່ ສາມາດຕິດຕໍ່ກັບນ້ອງໄດ້ເລີຍ. ນ້ຳເຜິ້ງທີ່ນ້ອງເອົາມາໄດ້ ແມ່ນໄດ້ຂາຍສະເພາະແຕ່ຢູ່ໃນຊ່ອງ Youtube ເທົ່ານັ້ນ.
ປະຈຸບັນ, ຟ້າມຢຸຍທາຍ ໄດ້ລ້ຽງເຜິ້ງໃນເນື້ອທີ່ກ່ວາ 40 ເຮັກຕາ. ໃນລະດູເກັບກ່ຽວ, ທາຍ ສາມາດເອົານ້ຳເຜິ້ງໄດ້ກ່ວາ 100 ລິດໃນແຕ່ລະເດືອນ ແຕ່ກໍ່ຍັງບໍ່ພໍໃບສັ່ງຊື້ຂອງລູກຄ້າ ແຕ່ລະເດືອນ, ຊ່ອງ Youtube ຂອງຟ້າມຢຸຍທາຍ ຍັງຂາຍນ້ຳເຜິ້ງຊ່ວຍໃຫ້ຊາວທ້ອງຖິ່ນໄດ້ປະມານ 200 ລິດຕື່ມອີກ. ພິເສດ, ປີ 2019, ຟ້າມຢຸຍທາຍ ໄດ້ຜະລິດບັ້ງສີດຄວັນເພື່ອໄລ່ເຜິ້ງອີກດ້ວຍ. ຟ້າມຢຸຍທາຍ ແບ່ງປັນວ່າ:
ເອົາໃບຕອງໃສ່ບັ້ງແລ້ວຈູດ, ເປີດພັດລົມໃສ່ມັນກໍ່ພັດເອົາຄັວນໄປໄກໄດ້ປະມານ 3-4 ແມັດ, ຖ້າບໍ່ມີລົມກໍ່ສາມາດໄປໄກເຖິງ 5 ແມັດ. ເຮັດບັ້ງສີດຄວັນແບບນີ້ ກໍ່ສາມາດຕ້ານໄຟໃໝ້ປ່າໄດ້.
ຟ້າມຢຸຍທາຍ ໄດ້ໃຊ້ປ່ອງນົມເປົ່າເພື່ອຜະລິດໃບພັດລົມໃຫ້ບັ້ງສີດຄວັນ; ໃຊ້ໃບພ້າວ, ໃບຕອງແຫ້ງເຮັດເປັນຄວັນ. ບັ້ງສີດຄັວນບໍ່ໃຊ້ຖ່ານ, ແຕ່ໄດ້ສາກໄຟຟ້າ, ສີດຄວັນອອກຫຼາຍ ແລະ ໄປໄກກ່ວາ; ພິເສດແມ່ນສາມາດປ້ອງກັນປ່າໄດ້ດີທີ່ສຸດຈາກການເກີດໄຟໄໝ້. ຫຼາຍຄົນຢາກຊື້ບັ້ງສີດຄັວນ ແຕ່ ຟ້າມຢຸຍທາຍ ບໍ່ຂາຍ, ລາວໄດ້ແບ່ງປັນວິທີເຮັດບັ້ງສີດຄວັນຢ່າງລະອຽດໃນຊ່ອງ Youtube ຂອງຕົນ ແລະ ກໍ່ໄດ້ຜະລິດບັ້ງສີດຄວັນຈຳນວນໜຶ່ງ ເພື່ອມອບໃຫ້ຜູ້ທີ່ລື້ງເຄີຍ. ອ້າຍເຈິ່ນຈີຕ່າຍ, ຊາວທ້ອງຖິ່ນຕີລາຄາສູງ ຕໍ່ຄວາມສະດວກໃນການນຳໃຊ້ບັ້ງສີດຄວັນ ໂດຍ ຟ້າມຢຸຍທາຍ ຜະລິດ ວ່າ:
ບັ້ງສີດຄວັນມີຄວາມສະດວກຢູ່ບ່ອນວ່າ ໃຊ້ວັດຖຸດິບໜ້ອຍ, ມີຄວັນຫຼາຍ. ສິ່ງສຳຄັນທີ່ສຸດແມ່ນຊ່ວຍປ້ອງກັນ ບໍ່ໃຫ້ເກີດໄຟໄໝ້ປ່າ, ການນຳໃຊ້ກໍ່ງ່າຍດາຍ ພຽງແຕ່ຊອກເອົາວັດຖຸດິບມາຈູດໃຫ້ເປັນຄວັນກໍ່ໄດ້ແລ້ວ.
ຍາມໃດ ຟ້າມຢຸຍທາຍ ກໍ່ພະຍາຍາມຮຽນຮູ້ ເພື່ອມີຄວາມເຂົ້າໃຈກ່ຽວກັບອາຊີບລ້ຽງເຜິ້ງທີ່ເປັນມູນເຊື້ອ….ຈາກຜູ້ທີ່ບໍ່ຮູ້ຫຍັງກ່ຽວກັບ Youtube, ທາຍ ໄດ້ພັດທະນາຊ່ອງເປັນຂອງຕົນເອງ ໂດຍມີຜູ້ເຂົ້າເບິ່ງກ່ວາ 12.000 ເທື່ອຄົນ. ກໍ່ຈາກຜູ້ທີ່ບໍ່ຮູ້ຫຍັງກ່ຽວກັບເອເລັກໂຕນິກ, ກົນຈັກ, ຊາວໜຸ່ມຄົນນີ້ ພັດໄດ້ຜະລິດບັ້ງສີດຄວັນນຳໃຊ້ສະເພາະເພື່ອໄລ່ເຜິ້ງ. ພິເສດ, ເລື່ອງທີ່ ຟ້າມຢຸຍທາຍ ກຳລັງປະຕິບັດຢູ່ນັ້ນ ໄດ້ຊ່ວຍໂຄສະນາອາຫານພິເສດຂອງເຂດປ່າອູມິນໃຕ້; ປະກອບສ່ວນຊ່ວຍ ປຊຊ ຜູ້ທີ່ພວມຜູກພັນກັບອາຊີບລ້ຽງເຜິ້ງ ພ້ອມກັນພັດທະນາ./.