ຂ່າວສານ

ອາຊີບລ້ຽງເຜິ້ງຢູ່ເຂດປ່າ ອູມິນໃຕ້ ໃນສະໄໝເຕັກໂນໂລຊີ

ອາຊີບລ້ຽງເຜິ້ງຂອງ ປຊຊ ຢູ່ເຂດປ່າອູມິນໃຕ້ (ແຂວງກ່າເມົາ) ແມ່ນອາຊີບທີ່ເປັນມູນເຊື້ອ, ໄດ້ຮັບການຮັບຮອງເອົາແມ່ນມໍລະດົກລະດັບຊາດ. ບັນດາລຸ້ນກ່ອນໄດ້ຖອດຖອນເປັນບົດຮຽນທີ່ມີຄ່າ, ເປັນຫຼັກແຫຼ່ງແກ່ນສານເພື່ອຊ່ວຍໃຫ້ຄົນລຸ້ນຫຼັງສາມາດຮັກສາອາຊີບນີ້ໄດ້. ມາຮອດຈຸດເວລານີ້, ບັນດາເພື່ອໜຸ່ມໄດ້ຕິດພັນກັບອາຊີບນີ້ ເພື່ອຮັກສາໄວ້ ແລະ ໄດ້ໝູນໃຊ້ເຕັກໂນໂລຊີ ເພື່ອພັດທະນາອາຊີບ.
   ຊ່ອງ Youtobe ຂອງຢຸຍທາຍ ຊ່ວຍໂຄສະນາອາຊີບລ້ຽງເຜິ້ງ (ພາບ: VOV)  

ຟ້າມຢຸຍທາຍ (ຢູ່ຕາແສງແຄງທ້ວນ, ເມືອງອູມິນ) ປີນີ້ມີອາຍຸ 21 ປີແຕ່ໄດ້ເຮັດອາຊີບລ້ຽງເຜິ້ງມາໄດ້ 6 ປີແລ້ວ ແລະ ມີຊ່ອງ Youtube ສະເພາະຂອງຕົນກ່ຽວກັບອາຫານພິເສດ, ຊິວິດການເປັນຢູ່ໃນເຂດດິນແດນທີ່ໃຫ້ກຳເນີດ-ເຂດປ່າອູມິນໃຕ້. ບັນດາຄິບກ່ຽວກັບການໄປເອົານ້ຳເຜິ້ງ ໄດ້ຊ່ວຍໃຫ້ຊ່ອງ Youtube ຂອງອ້າຍ ມີຜູ້ເຂົ້າເບິ່ງເຖິງກ່ວາ 12.000 ເທື່ອຄົນ. ຜູ້ຊົມສາມາດເຫັນປະຈັກຕາຮັງເຜິ້ງ, ວິທີເອົານ້ຳເຜິ້ງ, ສະນັ້ນ, ການຂາຍນ້ຳເຜິ້ງຂອງອ້າຍຈຶ່ງນັບມື້ນັບງ່າຍດາຍກ່ວາ. ເມື່ອຂາຍນ້ຳເຜິ້ງຜ່ານຊ່ອງ Youtube ໄດ້ 2,3 ເທື່ອ, ຟ້າມຢຸຍທາຍ ກໍ່ຮູ້ໄດ້ວ່າ ຕົນເອງກໍ່ຊອກຫາໄດ້ທິດເດີນໃນການພັດທະພະນາອາຊີບເອົານ້ຳເຜິ້ງ:

ເມື່ອໄປເອົານ້ຳເຜິ້ງນ້ອງກໍເອົາກ້ອງ camera ມັດໃສ່ຫົວ ເພື່ອໃຫ້ຜູ້ຊົມຮ່ວມເດີນທາງໄປນຳນ້ອງເລີຍ ທ້າຍຄິຼບນ້ອງໄດ້ບອກເບີໂທລະສັບຂອງນ້ອງລູກຄ້າຜູ້ໃດມີຄວາມຕ້ອງການຊື້ນ້ຳເຜິ້ງກໍ່ ສາມາດຕິດຕໍ່ກັບນ້ອງໄດ້ເລີຍ. ນ້ຳເຜິ້ງທີ່ນ້ອງເອົາມາໄດ້ ແມ່ນໄດ້ຂາຍສະເພາະແຕ່ຢູ່ໃນຊ່ອງ Youtube ເທົ່ານັ້ນ.

  ບັ້ງສີດຄວັນຂອງຢຸຍທາຍ ຊ່ວຍການປ້ອງກັນປ່າ (ພາບ: VOV)  

 ປະຈຸບັນ, ຟ້າມຢຸຍທາຍ ໄດ້ລ້ຽງເຜິ້ງໃນເນື້ອທີ່ກ່ວາ 40 ເຮັກຕາ. ໃນລະດູເກັບກ່ຽວ, ທາຍ ສາມາດເອົານ້ຳເຜິ້ງໄດ້ກ່ວາ 100 ລິດໃນແຕ່ລະເດືອນ ແຕ່ກໍ່ຍັງບໍ່ພໍໃບສັ່ງຊື້ຂອງລູກຄ້າ ແຕ່ລະເດືອນ, ຊ່ອງ Youtube ຂອງຟ້າມຢຸຍທາຍ ຍັງຂາຍນ້ຳເຜິ້ງຊ່ວຍໃຫ້ຊາວທ້ອງຖິ່ນໄດ້ປະມານ 200 ລິດຕື່ມອີກ. ພິເສດ, ປີ 2019,  ຟ້າມຢຸຍທາຍ ໄດ້ຜະລິດບັ້ງສີດຄວັນເພື່ອໄລ່ເຜິ້ງອີກດ້ວຍ. ຟ້າມຢຸຍທາຍ ແບ່ງປັນວ່າ:

ເອົາໃບຕອງໃສ່ບັ້ງແລ້ວຈູດ, ເປີດພັດລົມໃສ່ມັນກໍ່ພັດເອົາຄັວນໄປໄກໄດ້ປະມານ 3-4 ແມັດ, ຖ້າບໍ່ມີລົມກໍ່ສາມາດໄປໄກເຖິງ 5 ແມັດ. ເຮັດບັ້ງສີດຄວັນແບບນີ້ ກໍ່ສາມາດຕ້ານໄຟໃໝ້ປ່າໄດ້.

ຟ້າມຢຸຍທາຍ ໄດ້ໃຊ້ປ່ອງນົມເປົ່າເພື່ອຜະລິດໃບພັດລົມໃຫ້ບັ້ງສີດຄວັນ; ໃຊ້ໃບພ້າວ, ໃບຕອງແຫ້ງເຮັດເປັນຄວັນ. ບັ້ງສີດຄັວນບໍ່ໃຊ້ຖ່ານ, ແຕ່ໄດ້ສາກໄຟຟ້າ, ສີດຄວັນອອກຫຼາຍ ແລະ ໄປໄກກ່ວາ; ພິເສດແມ່ນສາມາດປ້ອງກັນປ່າໄດ້ດີທີ່ສຸດຈາກການເກີດໄຟໄໝ້. ຫຼາຍຄົນຢາກຊື້ບັ້ງສີດຄັວນ ແຕ່ ຟ້າມຢຸຍທາຍ ບໍ່ຂາຍ, ລາວໄດ້ແບ່ງປັນວິທີເຮັດບັ້ງສີດຄວັນຢ່າງລະອຽດໃນຊ່ອງ Youtube ຂອງຕົນ ແລະ ກໍ່ໄດ້ຜະລິດບັ້ງສີດຄວັນຈຳນວນໜຶ່ງ ເພື່ອມອບໃຫ້ຜູ້ທີ່ລື້ງເຄີຍ. ອ້າຍເຈິ່ນຈີຕ່າຍ, ຊາວທ້ອງຖິ່ນຕີລາຄາສູງ ຕໍ່ຄວາມສະດວກໃນການນຳໃຊ້ບັ້ງສີດຄວັນ ໂດຍ ຟ້າມຢຸຍທາຍ ຜະລິດ ວ່າ:

ບັ້ງສີດຄວັນມີຄວາມສະດວກຢູ່ບ່ອນວ່າ ໃຊ້ວັດຖຸດິບໜ້ອຍ, ມີຄວັນຫຼາຍ. ສິ່ງສຳຄັນທີ່ສຸດແມ່ນຊ່ວຍປ້ອງກັນ ບໍ່ໃຫ້ເກີດໄຟໄໝ້ປ່າ, ການນຳໃຊ້ກໍ່ງ່າຍດາຍ ພຽງແຕ່ຊອກເອົາວັດຖຸດິບມາຈູດໃຫ້ເປັນຄວັນກໍ່ໄດ້ແລ້ວ.

ຍາມໃດ ຟ້າມຢຸຍທາຍ ກໍ່ພະຍາຍາມຮຽນຮູ້ ເພື່ອມີຄວາມເຂົ້າໃຈກ່ຽວກັບອາຊີບລ້ຽງເຜິ້ງທີ່ເປັນມູນເຊື້ອ….ຈາກຜູ້ທີ່ບໍ່ຮູ້ຫຍັງກ່ຽວກັບ Youtube,  ທາຍ ໄດ້ພັດທະນາຊ່ອງເປັນຂອງຕົນເອງ ໂດຍມີຜູ້ເຂົ້າເບິ່ງກ່ວາ 12.000 ເທື່ອຄົນ. ກໍ່ຈາກຜູ້ທີ່ບໍ່ຮູ້ຫຍັງກ່ຽວກັບເອເລັກໂຕນິກ, ກົນຈັກ, ຊາວໜຸ່ມຄົນນີ້ ພັດໄດ້ຜະລິດບັ້ງສີດຄວັນນຳໃຊ້ສະເພາະເພື່ອໄລ່ເຜິ້ງ. ພິເສດ, ເລື່ອງທີ່ ຟ້າມຢຸຍທາຍ ກຳລັງປະຕິບັດຢູ່ນັ້ນ ໄດ້ຊ່ວຍໂຄສະນາອາຫານພິເສດຂອງເຂດປ່າອູມິນໃຕ້; ປະກອບສ່ວນຊ່ວຍ ປຊຊ ຜູ້ທີ່ພວມຜູກພັນກັບອາຊີບລ້ຽງເຜິ້ງ ພ້ອມກັນພັດທະນາ./.


top