• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​​ງານ​ແຂ່ງ​ຂັນສິ​ລະ​ປະຂັບ​ລຳ​ພື້ນ​ເມືອງວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ

ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຊົມບັນດາລາຍການສະແດງທີ່ເປັນເອກະລັກຂອງ 24 ກອງສິລະປະກອນພື້ນເມືອງ ທີ່ມາຈາກຫຼາຍແຂວງ, ນະຄອນໃນທົ່ວປະເທດ, ອັນໄດ້ສ້າງເປັນບັນຍາກາດມໍລະດົກວັດທະນະທຳ ທີ່ຫຼາກຫຼາຍສີສັນ.
(ພາບ: TTXVN)

ພາຍຫຼັງໄດ້ດຳເນີນມາເປັນເວລາ 4 ວັນຢູ່ນະຄອນ ກວ໋າງງາຍ, ແຂວງ ກວ໋າງງາຍ ແຕ່ວັນທີ 1 – 4 ສິງຫາ, ຕອນຄ່ຳວັນທີ 4 ສິງຫາ, ງານແຂ່ງຂັນສິລະປະຂັບລຳພື້ນເມືອງວັດທະນະທຳບັນດາເຜົ່າ ກໍໄດ້ອັດລົງ. ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຊົມບັນດາລາຍການສະແດງທີ່ເປັນເອກະລັກຂອງ 24 ກອງສິລະປະກອນພື້ນເມືອງ ທີ່ມາຈາກຫຼາຍແຂວງ, ນະຄອນໃນທົ່ວປະເທດ, ອັນໄດ້ສ້າງເປັນບັນຍາກາດມໍລະດົກວັດທະນະທຳ ທີ່ຫຼາກຫຼາຍສີສັນ. ທ່ານ ຫງວຽນກວັກຮຸຍ, ຮອງຫົວໜ້າກົມວັດທະນະທຳຮາກຖານ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ:   

        “ຜົນສຳເລັດຂອງງານແຂ່ງຂັນນີ້ ແມ່ນການປະກົດມີນັກສິລະປະກອນໜຸ່ມຫຼາຍຄົນ, ມີເດັກນ້ອຍ ກໍໄດ້ເຂົ້າຮ່ວມການສະແດງພ້ອມກັບບັນດານັກສິລະປະການມີອາຍຸສູງກວ່າ. ນີ້ແມ່ນສິ່ງທີ່ໜ້າຊື່ນຊົມສຳລັບຄົນລຸ້ນໜຸ່ມໃນປັດຈຸບັນ ທີ່ມີນ້ຳໃຈຮັກມັກ, ມົວເມົາກັບມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງຊາດ”.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top