• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

ວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ດຳເນີນປະຊຸມມື້ສຸດທ້າຍໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຊຸດທີ XV.
ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຊຸດທີ XV (ພາບ: quochoi.vn)

ໃນຕອນເຊົ້າ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍຍຸຕິທຳ ສຳລັບຜູ້ທີ່ຍັງບໍ່ເຖິງກະສຽນອາຍຸ; ມະຕິວ່າດ້ວຍການສ້າງນະຄອນ ເຫວ້ ຂຶ້ນກັບສູນກາງ; ມະຕິວ່າດ້ວຍການຈັດຕັ້ງອຳນາດການປົກຄອງຕົວເມືອງຢູ່ນະຄອນ ຫາຍຟ່ອງ ແລະ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍອຸດສາຫະກຳເຕັກໂນໂລຢີດີຈີຕອນ.

ຮອດຕອນບ່າຍ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍການທົດລອງປະຕິບັດໂຄງການເຮືອນຢູ່ການຄ້າ ຮັບຮອງເອົາຂໍ້ຕົກລົງກ່ຽວກັບການຮັບສິດນຳໃຊ້ທິ່ດິນ ຫຼື ພວມມີສິດນຳໃຊ້ທີ່ດິນ; ກົດໝາຍວ່າດ້ວຍຂໍ້ມູນ; ກົດໝາຍວ່າດ້ວຍພະລັງງານໄຟຟ້າ (ສະບັບປັບປຸງ); ມະຕິວ່າດ້ວຍແຜນນະໂຍບາຍລົງທຶນໂຄງການທາງລົດໄຟຄວາມໄວສູງ ເໜືອ - ໃຕ້… ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິນ ໄດ້ກ່າວອັດກອງປະຊຸມ ພາຍຫຼັງສະພາແຫ່ງຊາດປະຕິບັດສຳເລັດທຸກເນື້ອໃນຂອງວາລະກອງປະຊຸມສະໄໝສາມັນເທື່ອທີ 8. ພິທີອັດກອງປະຊຸມໄດ້ຮັບການຖ່າຍທອດສົດຜ່ານທາງໂທລະພາບ ແລະ ວິທະຍຸກະຈາຍສຽງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top