ຂ່າວສານ ອັດກອງປະຊຸມສະມັດຊາໃຫຍ່ AIPA – 42 26/08/2021 ຕອນບ່າຍວັນທີ 25 ສິງຫາ, ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA 42 ) ຖືກອັດລົງພາຍຫຼັງເຮັດວຽກມາເປັນເວລາ 3 ວັນ ດ້ວຍແບບທາງໄກ. ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ນຳໜ້າຄະນະເຂົ້າຮ່ວມພິທີອັດແບບທາງໄກ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມພິທີອັດແບບທາງໄກ (ພາບ: TTXVN) ກ່າວຄຳເຫັນອັດກອງປະຊຸມສະມັດຊາໃຫຍ່ AIPA 42, ທ່ານ Abdul Rahman Raib Pehin Orang Kaya Seri Lela, ປະທານສະມັດຊາໃຫຍ່ AIPA 42, ປະທານສະພານິຕິບັນຍັດ ບຣູໄນ Darussalam ໃຫ້ຮູ້ວ່າ ກອງປະຊຸມສະມັດຊາໃຫຍ່ AIPA 42 ໄດ້ປຶກສາຫາລືຫຼາຍບັນຫາໃນຫຼາຍຂົງເຂດທີ່ແຕກຕ່າງກັນ. ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງລັດຖະສະພາ, ພິເສດແມ່ນຄຳໝັ້ນສັນຍາຂອງ AIPA ໃນການສ້າງປະຊາຄົມ ອາຊຽນ ເພື່ອສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ສ້າງຄວາມວັດທະນາຖາວອນລວມໃຫ້ແກ່ພາກພື້ນ. ກອງປະຊຸມສະມັດຊາໃຫຍ່ AIPA 42 ກໍຮັບຮອງເອົາມະຕິຮັບ ລັດຖະສະພາ ຢູແກຼນ ແລະ ປາກິດສະຖານ ເປັນລັດຖະສະພາສັງເກດການ; ເປີດກວ້າງຕາໜ່າງສັງເກດການ, ສ້າງຕາໜ່າງການທູດລັດຖະສະພານັບມື້ນັບກວ້າງຂວາງກວ່າ. ທ່ານ Abdul Rahman Raib Pehin Orang Kaya Seri Lela, ປະທານສະມັດຊາໃຫຍ່ AIPA 42 ເປັນປະທານພິທີອັດ (ພາບ: TTXVN) ກ່ອນທີ່ພິທີອັດຖືກດຳເນີນ, ສະມັດຊາໃຫຍ່ AIPA ກໍໄດ້ດຳເນີນກອງປະຊຸມຄົບຄະນະຄັ້ງທີ 2, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ, ລັດຖະສະພາບັນດາປະເທດ ໄດ້ພ້ອມກັນລົງນາມໃນແຈ້ງການຮ່ວມຂອງ ສະມັດຊາໃຫຍ່ AIPA 42. (ແຫຼ່ງຄັດຈາກ VOV)

ຕອນບ່າຍວັນທີ 25 ສິງຫາ, ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA 42 ) ຖືກອັດລົງພາຍຫຼັງເຮັດວຽກມາເປັນເວລາ 3 ວັນ ດ້ວຍແບບທາງໄກ. ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ນຳໜ້າຄະນະເຂົ້າຮ່ວມພິທີອັດແບບທາງໄກ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມພິທີອັດແບບທາງໄກ (ພາບ: TTXVN) ກ່າວຄຳເຫັນອັດກອງປະຊຸມສະມັດຊາໃຫຍ່ AIPA 42, ທ່ານ Abdul Rahman Raib Pehin Orang Kaya Seri Lela, ປະທານສະມັດຊາໃຫຍ່ AIPA 42, ປະທານສະພານິຕິບັນຍັດ ບຣູໄນ Darussalam ໃຫ້ຮູ້ວ່າ ກອງປະຊຸມສະມັດຊາໃຫຍ່ AIPA 42 ໄດ້ປຶກສາຫາລືຫຼາຍບັນຫາໃນຫຼາຍຂົງເຂດທີ່ແຕກຕ່າງກັນ. ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງລັດຖະສະພາ, ພິເສດແມ່ນຄຳໝັ້ນສັນຍາຂອງ AIPA ໃນການສ້າງປະຊາຄົມ ອາຊຽນ ເພື່ອສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ສ້າງຄວາມວັດທະນາຖາວອນລວມໃຫ້ແກ່ພາກພື້ນ. ກອງປະຊຸມສະມັດຊາໃຫຍ່ AIPA 42 ກໍຮັບຮອງເອົາມະຕິຮັບ ລັດຖະສະພາ ຢູແກຼນ ແລະ ປາກິດສະຖານ ເປັນລັດຖະສະພາສັງເກດການ; ເປີດກວ້າງຕາໜ່າງສັງເກດການ, ສ້າງຕາໜ່າງການທູດລັດຖະສະພານັບມື້ນັບກວ້າງຂວາງກວ່າ. ທ່ານ Abdul Rahman Raib Pehin Orang Kaya Seri Lela, ປະທານສະມັດຊາໃຫຍ່ AIPA 42 ເປັນປະທານພິທີອັດ (ພາບ: TTXVN) ກ່ອນທີ່ພິທີອັດຖືກດຳເນີນ, ສະມັດຊາໃຫຍ່ AIPA ກໍໄດ້ດຳເນີນກອງປະຊຸມຄົບຄະນະຄັ້ງທີ 2, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ, ລັດຖະສະພາບັນດາປະເທດ ໄດ້ພ້ອມກັນລົງນາມໃນແຈ້ງການຮ່ວມຂອງ ສະມັດຊາໃຫຍ່ AIPA 42. (ແຫຼ່ງຄັດຈາກ VOV)
ບັນດາບົດຕໍ່ໄປ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: “ບັ້ນເຄື່ອນໄຫວ ກວາງຈູງ” ໄດ້ “ຮັບໄຊຊະນະຢ່າງວ່ອງໄວ ແລະ ດັງກ້ອງ”16/01/2026ຂ່າວສານຕອນເຊົ້າວັນທີ 16 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະຫຼຸບ “ບັ້ນເຄື່ອນໄຫວ ກວາງຈູງ” ກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວປະຊາຊົນທີ່ຖືກຜົນເສຍຫາຍຈາກພາຍຸ, ນ້ຳຖ້ວມໃນໄລຍະຜ່ານມາຢູ່ພາກກາງ ຫວຽດນາມ ຢ່າງຮີບດ່ວນ. ອາເມລິກາ ມີແຜນການຢຸດຕິການອອກວິຊາ ໃຫ້ແກ່ 75 ປະເທດ16/01/2026ຂ່າວສານອາເມລິກາ ເລີ່ມໄລຍະທີສອງ ແຜນການຢຸດຕິການປະທະກັນຢູ່ເຂດກາຊາ16/01/2026ຂ່າວສານກອງກຳລັງທະຫານໄດ້ປະຕິບັດສຳເລັດ “ບັ້ນຮົບກວາງຈຸງ” ຢູ່ແຂວງດັກລັກ16/01/2026ຂ່າວສານທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງດີຈີຕອນ ອາຊຽນ ຄັ້ງທີ 616/01/2026ຂ່າວສານບັນດາປັດໄຈທີ່ຊ່ວຍໃຫ້ ຂະແໜງການທ່ອງທ່ຽວ ຫວຽດນາມ ມີການເຕີບໂຕຢ່າງກະໂດດຂັ້ນ16/01/2026ຂ່າວສານທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ກຳປູເຈຍ ເຂົ້າຢ້ຽມອຳລາ16/01/2026ຂ່າວສານ ອ່ານເພີ່ມ