• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 31 ຂ​ອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ຮູ້ວ່າ ພາຍຫຼັງການເຮັດວຽກມາເປັນເວລາ 3,5 ວັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ 7 ສະບັບ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ:quochoi.vn)

ກ່າວຄຳເຫັນທີ່ວາລະອັດກອງປະຊຸມຄັ້ງທີ 31 ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 19 ມີນາ, ຢູ່ຫໍສະພາແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ຮູ້ວ່າ ພາຍຫຼັງການເຮັດວຽກມາເປັນເວລາ 3,5 ວັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ 7 ສະບັບ.

 ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີບັນດາກຳມາທິການສະພາແຫ່ງຊາດ ສືບຕໍ່ບູລະນະ, ຮັບປະກັນຄຸນນະພາບສູງທີ່ສຸດ ຕໍ່ຮ່າງກົດໝາຍສະບັບຕ່າງໆ ເພື່ອຍື່ນສະເໜີຕໍ່ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ, ຄາດວ່າຈະດຳເນີນໃນວັນທີ 26 ມີນາຈະມາເຖິງ. ໃນວາລະປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດ ກໍ່ໄດ້ຈັດການຊັກຖາມ ສຳລັບ 2 ກຸ່ມບັນຫາຂຶ້ນກັບຂົງເຂດການເງິນ ແລະ ການທູດ. ທ່ານປະທານສະພາແຫ່ງຊາດໄດ້ຮຽກຮ້ອງ ເລຂານຸການໃຫຍ່ສະພາແຫ່ງຊາດ ຍື່ນຮ່່າງມະຕິຂໍຄຳເຫັນຄະນະປະຈຳສະພາແຫ່ງຊາດໂດຍໄວ ເພື່ອປະກາດໃຊ້ມະຕິກ່ຽວກັບການຊັກຖາມ ເຮັດເປັນບ່ອນອີງທາງດ້ານນິຕິກຳ ໃນການຈັດຕັ້ງປະຕິບັດ.

(ແຫຼ່ງຄັດຈາກ VOV)

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ໃນໂອກາດຕ້ອນຮັບບຸນເຕັດ ແລະ ລະດູບານໃໝ່ປີມະເສັງ 2025, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ແຈກຢາຍເງິນກ່ວາ 16 ຕື້ດົ່ງ ຈາກກອງທຶນ “ເພື່ອຄົນທຸກຍາກ” ສູນກາງ ໄປຍັງ ກອງທຶນ“ເພື່ອຄົນທຸກຍາກ” ຂອງ 63 ແຂວງ, ນະຄອນໃນທົ່ວປະເທດ

Top