• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດງານ​ມະ​ຫາ​ກຳ​ກິ​ລາ​ອາ​ຊີ ຄັ້ງ​ທີ 19

ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ແລະ ທ່ານ Raja Randhir Singh, ຜູ້ຮັກສາການປະທານສະພາ Olympic ອາຊີ ພ້ອມກັບການນຳບາງປະເທດ, ເຂດແຄ້ວນ, ນັກກິລານັບພັນຄົນ, ຜູ້ຊົມ
ພິທີອັດງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD 19)

ພິທີອັດງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD 19) ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 8 ຕຸລາ, ຢູ່ສະໜາມກິລາ ສູນກິລາ Olympic ທີ່ນະຄອນ ຫາງເຈົາ, ປະເທດຈີນ. ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ແລະ ທ່ານ Raja Randhir Singh, ຜູ້ຮັກສາການປະທານສະພາ Olympic ອາຊີ ພ້ອມກັບການນຳບາງປະເທດ, ເຂດແຄ້ວນ, ນັກກິລານັບພັນຄົນ, ຜູ້ຊົມ, ຜູ້ນິຍົມກິລານັບໝື່ນຄົນທີ່ມາຈາກບັນດາປະເທດເຂົ້າຮ່ວມພິທີອັດ.

ກ່າວຄຳເຫັນທີ່ພິທີອັດ, ທ່ານ ກາວຈື໋ຕານ, ປະທານຄະນະຈັດຕັ້ງງານມະຫາກຳກິລາ ອາຊີ ຄັ້ງທີ 19, ພ້ອມທັງເປັນປະທານຄະນະກຳມະການ Olympic ຈີນ ຢັ້ງຢືນວ່າ: ຈີນໄດ້ຈັດຕັ້ງງານບຸນ ASIAD ດ້ວຍສີສັນທີ່ຈີນ ແລະ ມີຄຸບລັກສະນະ ອາຊີ.

ຄະນະນັກກິລາ ຫວຽດນາມ ໄດ້ເຂົ້າຮ່ວມ ASIAD 19 ແລະ ຢືນອັນດັບ 21 ໃນຕາຕະລາງຈັດອັນດັບຫຼຽນ ດ້ວຍຜົນງານ ຫຼຽນຄຳ 3 ຫຼຽນ, ຫຼຽນເງິນ 5 ຫຼຽນ ແລະ ຫຼຽນທອງ 19 ຫຼຽນ.

ງານມະຫາກຳກິລາ ອາຊີ ຄັ້ງທີ 20 (ASIAD 20) ຈະຈັດຂຶ້ນຢູ່ນະຄອນ Nagoya, ປະເທດ ຍີ່ປຸ່ນ ໃນປີ 2026.

(ແຫຼ່ງຄັດຈາກ VOV)

ປາ​ກິດ​ສ​ະ​ຖານ ຄ​ວບ​ຄຸມ​ໄດ້​ບັນ​ດາ​ເປົ້າ​ໝາຍ​ລອບ​ຈັບ​ຕົວ​ປະ​ກັນ

ປາ​ກິດ​ສ​ະ​ຖານ ຄ​ວບ​ຄຸມ​ໄດ້​ບັນ​ດາ​ເປົ້າ​ໝາຍ​ລອບ​ຈັບ​ຕົວ​ປະ​ກັນ

ປັດຈຸບັນສາມາດຄວບຄຸມສະຖານະການໄດ້ແລ້ວ, ແມ່ຍິງ ແລະ ເດັກນ້ອຍທີ່ຖືກນຳໃຊ້ເພື່ອເປັນເຄື່ອງກຳບັງໄດ້ຮັບການກູ້ຊ່ວຍ, ຍົກຈຳນວນຜູ້ໂດຍສານທີ່ໄດ້ຮັບການກູ້ຊ່ວຍລວມທັງໝົດ 190 ຄົນ.

Top