• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດງານມະຫາກຳກິລາ Sea Games 32

ພາຍຫຼັງການແຂ່ງຂັນມາເປັນເວລາ 20 ວັນ, ລວມມີກິລາ 37 ປະເພດ ດ້ວຍ 581 ເນື້ອໃນແຂ່ງຂັນ, ມີນັກກິລາກ່ວາ 12.400 ຄົນຂອງ 11 ຄະນະນັກກິລາ...
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen

ຕອນຄ່ຳວັນທີ 17 ພຶດສະພາ, ຢູ່ສະໜາມກິລາ Morodok Techo, ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ ໄດ້ຈັດພິທີອັດງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32 (Sea Games 32).

        ພາຍຫຼັງການແຂ່ງຂັນມາເປັນເວລາ 20 ວັນ, ລວມມີກິລາ 37 ປະເພດ ດ້ວຍ 581 ເນື້ອໃນແຂ່ງຂັນ, ມີນັກກິລາກ່ວາ 12.400 ຄົນຂອງ 11 ຄະນະນັກກິລາ, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ຫຼຽນຄຳ 136 ຫຼຽນ, ຫຼຽນເງິນ 105 ຫຼຽນ ແລະ ຫຼຽນທອງ 118 ຫຼຽນ, ຢືນອັນດັບໜຶ່ງໃນຕາຕະລາງຈັດອັນດັບ, ທີສອງແມ່ນຄະນະນັກກິລາຂອງໄທ, ຢືນທີສາມແມ່ນຄະນະນັກກິລາ ອິນໂດເນເຊຍ ແລະ ປະເທດເຈົ້າພາບ ກຳປູເຈຍ ຢືນອັນດັບທີ 4.

        ທີ່ພິທີອັດ Sea Games 32 ໄດ້ເປີດສາກດ້ວຍບົດເພງ See you again. ຄະນະຈັດຕັ້ງໄດ້ຖ່າຍທຳ clip video ຫວນຄືນບັນດາເຫດການທີ່ໜ້າປະທັບໃຈຂອງ Sea Games 32 ແລະ ຂອບໃຈຖັນແຖວອາສາສະໝັກ ທີ່ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງເຫດການກິລາໃຫຍ່ທີ່ສຸດພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ນີ້. ໂດຍຕາງໜ້າໃຫ້ປະເທດເຈົ້າພາບ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ປະກາດອັດງານມະຫາກຳກິລາ Sea Games 32:

        “ຊຸມມື້ແຂ່ງຂັນໃນ Sea Games 32 ໄດ້ຜ່ານພົ້ນໄປຢ່າງວ່ອງໄວ. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງບັນດາສະມາຊິກ ອາຊຽນ, ສະຫະພັນກິລາ ອາຊີຕາເວັນອອກສ່ຽງໃຕ້, ບັນດາຄະນະນັກກິລາໃນພາກພື້ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ພວກຂ້າພະເຈົ້າຈັດຕັ້ງເຫດການໃຫຍ່ນີ້. ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງຖັນແຖວບັນດາຜູ້ບໍລິຫານ, ກຳມະການ, ກຳລັງອາສາສະໝັກ ແລະ ປະຊາຊົນກຳປູເຈຍ ທຸກຄົນ ທີ່ໄດ້ພ້ອມກັນສ້າງຜົນສຳເລັດໃຫ້ແກ່ Sea Games ຄັ້ງນີ້. ຂ້າພະເຈົ້າຂໍປະກາດ ອັດງານມະຫາກຳ ກິລາ Sea Games 32”.

        Sea Games 33 ຈະຈັດຂຶ້ນຢູ່ປະເທດ ໄທໃນເດືອນ ທັນວາ ປີ 2025.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ

ຫວຽດ​ນາມ - ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ

ພາຍຫຼັງກໍ່ສ້າງສຳເລັດໄລຍະທີ 1 ໃນທ້າຍປີ 2027, ຄາດວ່າໂຄງການ ຈະສົ່ງອອກ ໄຟຟ້າໄປຍັງ ຫວຽດນາມກ່ວາ 1,5 ຕື້ kWh/ປີ ແລະ ຈະເພີ່ມຂຶ້ນກ່ວາ 1,1 ຕື້ kWh/ປີ ພາຍຫຼັງກໍ່ສ້າງສຳເລັດໄລຍະທີ 2 ໃນປີ 2030.

Top