ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າໃນໄລຍະຜ່ານມາ, ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈສູງໃນການປະຕິຮູບຕະຫຼາດຫຼັກຊັບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນທີ່ນັບມື້ນັບໂປ່ງໃສ, ເປີດໂປ່ງ, ສະດວກ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Gerald Toledano ສະມາຊິກຄະນະບໍລິຫານງານ, ຜູ້ອຳນວຍການຝ່າຍຜະລິດຕະພັນໃບຫຸ້ນ ແລະ ຊັບສິນຫຼາຍປະເພດທົ່ວໂລກ (ພາບ: vov)
ຕອນບ່າຍວັນທີ 17 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Gerald Toledano ສະມາຊິກຄະນະບໍລິຫານງານ, ຜູ້ອຳນວຍການຝ່າຍຜະລິດຕະພັນໃບຫຸ້ນ ແລະ ຊັບສິນຫຼາຍປະເພດທົ່ວໂລກ ຂອງ FTSE Russell ເຊິ່ງແມ່ນບໍລິສັດຂຶ້ນກັບກຸ່ມບໍລິສັດທຸລະກຳຫຼັກຊັບ ລອນດອນ (London Stock Exchange Group - LSEG).
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າໃນໄລຍະຜ່ານມາ, ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈສູງໃນການປະຕິຮູບຕະຫຼາດຫຼັກຊັບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນທີ່ນັບມື້ນັບໂປ່ງໃສ, ເປີດໂປ່ງ, ສະດວກ; ໃຫ້ຄຳໝັ້ນສັນຍາປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກລົງທຶນ. ທ່ານສະເໜີ FTSE Russell ສືບຕໍ່ຕິດຕາມ, ຍົກອອກຂໍ້ສັງເກດ, ຕີລາຄາຢ່າງພາວະວິໄສ, ຖືກຕ້ອງ, ຮອບດ້ານສ່ອງແສງສະພາບກການຕົວຈິງຂອງພື້ນຖານເສດຖະກິດ ແລະ ຕະຫຼາດທຶນຮອນ ຫວຽດນາມ, ແບ່ງປັນບົດຮຽນປະສົບການ, ໃຫ້ຄຳປຶກສາ, ໜູນຊ່ວຍສ້າງກອບນິຕິກຳ, ກົນໄກ, ນະໂຍບາຍ, ພັດທະນາພື້ນຖານໂຄງລ່າງທັນສະໄໝ, ການຄຸ້ມຄອງແບບອັດສະລິຍະ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ເປັນມືອາຊີບ, ຍອດຢ້ຽມ, ໜູນຊ່ວຍ ຫວຽດນາມ ໃນວິວັດການກໍ່ສ້າງ ແລະ ເຂົ້າຮ່ວມວິວັດການເຄື່ອນໄຫວສູນການເງິນສາກົນ ຢ່າງແທ້ຈິງ ແລະ ຕັ້ງໜ້າ, ໜູນຊ່ວຍຫວຽດນາມ ດຶງດູດແຫຼ່ງກຳລັງ, ແຫຼ່ງທຶນ, ຮຽກຮ້ອງ, ເຊື່ອມຕໍ່ບັນດານັກລົງທຶນມາລົງທຶນຢູ່ ຫວຽດນາມ.
ສ່ວນທ່ານ Gerald Toledano ຕີລາຄາວ່າ ວິວັດການພັດທະນາຕະຫຼາດຫຼັກຊັບ ຫວຽດນາມ ບັນລຸໄດ້ບັນດາໝາກກຜົນສຳຄັນ, ເປັນຕົ້ນແມ່ນໝາກຜົນທີ່ໜ້າປະທັບໃຈຕໍ່ລັກສະນະຊຳລະ, ແມ່ນຕະຫຼາດທີ່ມີລັກສະນະຊຳລະໃຫຍ່ທີ່ສຸດຂອງ ອາຊຽນ. ທ່ານ Gerald Toledano ເຫັນດີເປັນເອກະພາບຕໍ່ບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ, ຢັ້ງຢືນ FTSE Russell ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍໃນວິວັດການຍົກລະດັບຕະຫຼາດຫຼັກຊັບ ຫວຽດນາມ. ໃນນັ້ນ, FTSE Russell ຈະຕັ້ງໜ້າແບ່ງປັນ, ແຈ້ງຂໍ້ມູນຂ່າວກ່ຽວກັບການປະຕິຮູບ, ຄວາມກ້າວໜ້າຂອງ ຫວຽດນາມ ໄປຍັງບັນດານັກລົງທຶນສາກົນ.
(ແຫຼ່ງຄັດຈາກ VOV)