• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາສີອາກອນຂອງ ອາເມລິກາ: ບັນດາແຜນການກ່ອນເວລາກຳນົດສຸດທ້າຍ

ໃນຊຸມມື້ຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສົ່ງຈົດໝາຍປະກາດລະດັບອັດຕາພາສີໃຫມ່ໄປຍັງບັນດາປະເທດໃນໂລກ, ກໍໍ່ກຳລັງດັນໃຫຍ່ ເຮັດໃຫ້ບັນດາຄູ່ຮ່ວມມືດ້ານການຄ້າຂອງ ອາເມລິກາ ຕ້ອງຊ່ວງເສັງເພື່ອຫລີກລ້ຽງບັນດາລະດັບ ອັດຕາພາສີສູງເມື່ອສົ່ງອອກສິນຄ້າເຂົ້າ ອາເມລິກາ ນັບແຕ່ວັນທີ 1 ສິງຫາ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວຄຳເຫັນກ່ຽວກັບພາສີອາກອນຢູ່ທຳນຽບຂາວ ໃນວັນທີ 2 ເມສາ 2025 (ພາບ: REUTERS/Carlos Barria)

ການຄັດເລືອກໃດໃຫ້ແກ່ ອີຢູ

ຕາມເນື້ອໃນບັນດາຈົດໝາຍ ໂດຍທ່ານ Donald Trump ສົ່ງໄປ, ອາເມລິກາ ຈະຈັດວາງອັດຕາພາສີ 30% ສຳລັບ ອີຢູ ແລະ ເມຊີໂກ, 35% ສຳລັບ ການາດາ ນັບແຕ່ວັນທີ 1 ສິງຫາ ຖ້າຫາກບັນດາຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າໃຫມ່ກັບ ອາເມລິກາ ກ່ອນເວລາກຳນົດດັ່ງກ່າວ. ສຳລັບ ສ ເກົາຫລີ ແລະ ຍີ່ປຸ່ນ, ສອງຄູ່ຮ່ວມມືດ້ານການຄ້າໃຫຍ່ ແລະ ແມ່ນພັນທະມິດດ້ານການເມືອງແຖວຫນ້າຂອງ ອາເມລິກາ ຢູ່ ອາຊີ, ລະດັບອັດຕາພາສີ ຈະແມ່ນ 25%. ສຳລັບກວ່າ 150 ປະເອທດອື່ນ, ສ່ວນຫລາຍແມ່ນບັນດາປະເທດນ້ອຍຢູ່ ອາຟຼິກາ ແລະ ກາຣີເບ ເຄີຍແມ່ນບັນດາປະເທດບໍ່ມີການພົວພັນດ້ານການຄ້າກັບອາເມລິກາ ຫລາຍປານໃດ, ອຳນາດການປົກຄອງ ອາເມລິກາ ຈະສົ່ງຈົດໝາຍ ແລະ ເວົ້າແຈ້ງລະດັບອັດຕາພາສີ ແທນທີ່ການເຈລະຈາ.

ບັນດາການກະທຳໃໝ່ຈາກອຳນາດການປົກຄອງ ອາເມລິກາ ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງສຳລັບບັນດາປະເທດ ແລະ ອົງການຈັດຕັ້ງທີ່ພວມຢາກຫຼີກລ້ຽງເກີດການປະທະກັນດ້ານການຄ້າຮອບດ້ານ ກັບພື້ນຖານເສດຖະກິດອັນດັບໜຶ່ງໃນໂລກ. ສຳລັບ ອີຢູ, ອັດຕາພາສີໃໝ່ ເຊິ່ງ ອາເມລິກາ ໄດ້ປະກາດ (30%) ສູງກວ່າອັດຕາພາສີໃນເບື້ອງຕົ້ນ (20%) ທີ່ທ່ານ Donald Trump ໄດ້ປະກາດໃນຕົ້ນເດືອນ ເມສາ ແລະ ຕາມ ທ່ານ Maros Sefcovic ກຳມະການດ້ານການຄ້າ ອີຢູ ແລ້ວ, ລະດັບອັດຕາພາສີດັ່ງກ່າວ ໝາຍຄວາມວ່າ ລົບລ້າງການຄ້າລະຫວ່າງ ອາເມລິກາ ແລະ ອີຢູ. ໃນຕໍ່ໜ້າ, ອີຢູ ຍັງຄົງໃຫ້ບຸລິມະສິດມາດຕະການເຈລະຈາ ເມື່ອຢຸດຕິຊົ່ວຄາວການໂຕ້ຕອບຄືນອັດຕາພາສີອາລູມີນຽມເຫຼັກກ້າຂອງ ອາເມລິກາ, ເຊິ່ງໃນເບື້ອງຕົ້ນຄາດວ່າຈະມີຜົນສັກສິດແຕ່ວັນທີ 14 ກໍລະກົດ, ເລື່ອນມາເປັນຫຼັງວັນທີ 01 ສິງຫາ. ເຖິງຢ່າງໃດກໍຕາມ, ຄ້າຍຄືກັນກັບໃນໄລຍະໂຈະ 90 ວັນເຊິ່ງ ຝ່າຍ ອາເມລິກາ ໄດ້ຍົກອອກມາ, ສິ່ງທ້າທາຍໃຫຍ່ທີ່ສຸດສຳລັບ ອີຢູ ໃນປັດຈຸບັນ ຍັງຄົງແມ່ນເລື່ອງ ຄວນເລືອກວິທີສຳຜັດທີ່ແຂງກະດ້າງ ຫຼື ອ່ອນໂຍນ ໃນໄລຍະເຈລະຈາທີ່ຮີບດ່ວນກັບ ອາເມລິກາ.

ຕາມທ່ານ Jacob Funk Kirkegaard, ນັກຊ່ຽວຊານຢູ່ສະຖາບັນຄົ້ນຄວ້າ Bruegel ຢູ່ ບຣຸກແຊນ (ປະເທດແບນຊິກ) , ອີຢູ ຕ້ອງສະແດງອອກຢ່າງເຂັ້ມແຂງກວ່າ. ທ່ານ Cyrus de la Rubia, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດ ທະນາຄານການຄ້າ Hamburg (ເຢຍລະມັນ) ໃຫ້ຂໍ້ສັງເກດວ່າ:

 “ຖ້າພຽງແຕ່ເບິ່ງໃນແງ່ມູມການຄ້າຢ່າງດຽວ, ຂ້າພະເຈົ້າສະໜັບສະໜູນທັດສະນະແຂງກະດ້າງ ເພາະວ່າ ຕາມການຕີລາຄາຂອງຂ້າພະເຈົ້າ ແລະ ສິ່ງນີ້ກໍໄດ້ຮັບການພິສູດດ້ວຍບັນດາຮູບແບບເສດຖະກິດແລ້ວ, ປະເທດ ອາເມລິກາ ອາດຈະຖືກຜົນເສຍຫາຍຫຼາຍກວ່າ ອີຢູ ຖ້າ ອີຢູ ຄາດຄະເຈັດວາງບັນດາອັດຕາພາສີໂຕ້ຕອບ”.

ເຖິງຢ່າງໃດກໍ່ຕາມ, ນັກຊ່ຽວຊານເສດຖະກິດຈຳນວນຫນຶ່ງ ຖືວ່າ ການທີ່ ທ່ານ Donald Trump ສືບຕໍ່ໂຈະການຈັດວາງອັດຕາພາສີ ໄດ້ສະແດງໃຫ້ເຫັນວ່າ ທ່ານປະທານາທິບໍດີ ອາເມລິກາ ຍັງຢາກບັນລຸໄດ້ຂໍ້ຕົກລົງກັບ EU. ທ່ານ Carsten Brzeski, ຫົວຫນ້ານັກຊ່ຽວຊານເສດຖະກິດ ທະນາຄານ ING (ໂຮນລັງ) ຖືວ່າ EU ອາດຈະຊື້ສິນຄ້າຈາກອາເມລິກາ ຕື່ມອີກຄື: ຖົ່ວ, ອາຍແກັສທຳມະຊາດເຫລວ (LNG) ແລະ ພິເສດແມ່ນ ອາວຸດ, ໃນສະພາບການທີ່ EU ກໍ່ພວມເພີ່ມລາຍຈ່າຍໃຫ້ແກ່ດ້ານການປ້ອງກັນຊາດ.

ການກະທົບຈາກຄວາມເຄັ່ງຕຶງດ້ານພູມີສາດການເມືອງ

ໃນຖະແຫລງການຫລ້າສຸດທີ່ອອກໃນວັນທີ 17 ກໍລະກົດ, ທ່ານ Donald Trump ຫມັ້ນໃຈໃຫ້ຮູ້ວ່າ ອາເມລິກາ ອາດຈະບັນລຸໄດ້ຂໍ້ຕົກລົງກັບຫລາຍຄູ່ຮ່ວມມືເສດຖະກິດໃຫຍ່ໃນຊຸມວັນຈະມາເຖິງ, ໃນນັ້ນ ມີ ອິນເດຍ, ພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ແລະ ແມ່ນປະເທດທີ່ມີປະຊາກອນຫລາຍທີ່ສຸດໃນໂລກ. ເຖິງຢ່າງໃດກໍ່ຕາມ, ບັນດາປັດໄຈຄວາມເຄ່ັງຕຶງດ້ານພູມສາດການເມືອງປະຈຸບັນໃນໂລກ ອາດຈະເຮັດໃຫ້ບັນດາການເຈລະຈາອັດຕາພາສີກາຍເປັນສັບສົນຂຶ້້ນຕື່ມ ແລະຍາກທີ່ຄາດຄະເລລ່ວງຫນ້າໄດ້.

ຕາມວົງການນັກສັງເກດການແລ້ວ, ຈີນ, ອິນເດຍ ແມ່ນບັນດາຄູ່ຮ່ວມມືເສດຖະກິດໃຫຍ່ຂອງລັດເຊຍ ປະຈຸບັນ, ສະນັ້ນ ຖ້າຄຳນາບຂູ່ຂອງ ອາເມລິກາ ກ່ຽວກັບການຈັດວາງອັດຕາພາສີ 100% ຕໍ່ກັບບັນດາປະເທດນີ້ ໄດ້ຮັບການປະຕິບັດ, ບັນດາໝາຜົນການເຈລະຈາໃນໄລຍະຜ່ານມາກັບ ອິນເດຍ,ຊ້ຳບໍ່ໜຳ ນັບທັງຂໍ້ຕົກລົງທີ່ບັນລຸໄດ້ກ່ອນນັ້ນ ກັບຈີນ, ອາດຈະຖືກຜົນສະທ້ອນຢ່່າງແຮງ. ສຳລັບພື້ນຖານເສດຖະກິດໃຫຍ່ ອື່ນຄື ບຣາຊິນ, ເລື່ອງທ່ານ Donald Trump ນາບຂູ່ຈັດວາງອັດຕາພາສີ 50% ກໍ່ໄດ້ຮັບຖືວ່າ ແມ່ນເລີ້່ມມາຈາກບັນດາປັດໄຈປອດການຄ້່າເປັນສ່ວນໃຫຍ່.

ຕາມທ່ານສາດສະດາຈານ Alan Sykes ມາຈາກ ມະຫາວິທະຍາໄລ ກົດໝາຍຂອງ ມະຫາວິທະຍາໄລ Stanford ອາເມລິກາແລ້ວ, ໃນສະພາບການປະຈຸບັນ ຄວາມອາດສາມາດການປະທະກັນດ້ານການຄ້າທົ່ວໂລກ ອາດຈະໄດ້ແກ້ໄຂກ່ອນວັນທີ 1 ສິງຫາ ຫລືບໍ່ ຍັງຄົງແມ່ນຄຳຖາມ

(ແຫຼ່ງຄັດຈາກ VOV)

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ເຊິ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.

Top