• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP/Nhật Bắc)

ກອງປະຊຸມຄັ້ງນີ້ສຸມໃສ່ປຶກສາຫາລືປະກອບຄຳເຫັນໃສ່ 3 ໝວດເນື້ອໃນໃຫຍ່, ນັ້ນແມ່ນໝວດເນື້ອໃນກ່ຽວກັບວຽກງານກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ໝວດເນື້ອໃນສ້າງຮາກຖານການເມືອງ, ນິຕິກຳໃຫ້ແກ່ເປົ້າໝາຍສືບຕໍ່ປະຕິຮູບ, ປ່ຽນແປງໃໝ່ປະເທດຊາດໃນໄລຍະຈະມາເຖິງ ແລະ ໝວດເນື້ອໃນກ່ຽວກັບວຽກງານພະນັກງານ.ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ການປະຕິບັດຄຳເຫັນຊີ້ນຳຂອງກົມການເມືອງ, ຄະນະເລຂາທິການ, ບັນດາອະນຸກຳມະການເອກະສານ ໄດ້ດັດປັບ, ເພີ່ມເຕີມ, ສ້າງສຳເລັດເອກະສານໂດຍດ່ວນເພື່ອຍື່ນສະເໜີຂໍຄຳເຫັນປະກອບຂອງສູນກາງ. ຜ່ານການປັບປຸງ, ເພີ່ມເຕີມ, ບູລະນະ ຫຼາຍຄັ້ງເນື້ອໃນຂອງເອກະສານ ໄດ້ຮັບປະກັນ ບັນດາຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກໂດຍພື້ນຖານ ຄື ລັກສະນະປະຕິວັດ, ລັກສະນະວິທະຍາສາດ, ລັກສະນະຍຸດທະສາດ, ລັກສະນະຕົວຈິງ, ລັກສະນະຄົບຊຸດ, ລັກສະນະຄວາມເປັນໄປໄດ້, ລັກສະນະການກຳນົດທິດ…

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງລັກສະນະສຳຄັນພິເສດຂອງບັນດາເນື້ອໃນຍື່ນສະເໜີຢູ່ກອງປະຊຸມ, ທ່ານສະເໜີ ສູນກາງປຶກສາຫາລື ບັນດາບັນຫາຫຼັກແຫຼ່ງຢ່າງລະອຽດ, ຕີລາຄາຢ່າງພາວະວິໄສ, ຮອບດ້ານ ກ່ຽວກັບບັນດາຜົນສຳເລັດ ແລະ ຂໍ້ຈຳກັດໃນອາຍຸການຊຸດທີ XIII , ຈາກນັ້ນກໍກຳນົດສາຍເຫດຢ່າງຈະແຈ້ງ, ຖອດຖອນບົດຮຽນ, ປະກອບຄຳເຫັນສະຫຼຸບ, ລະອຽດ, ມີວິທະຍາສາດກ່ຽວກັບເນື້ອໃນສັງລວມຂອງບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບພາລະກິດແຫ່ງການປ່ຽນແປງໃໝ່ຕາມການກຳນົດທິດສັງຄົມນິຍົມໃນໄລຍະ  40 ປີຜ່ານມາ. ທ່ານເລຂາທິການໃຫຍ່ ຮຽກຮ້ອງວ່າ:

ຕ້ອງກຳນົດເປົ້າໝາຍລວມ ແລະ ບັນດາການບຸກທະລຸຍຸດທະສາດໃນອະຍຸການທີ່ຈະມາເຖິງໃຫ້ໄດ້: ພັດທະນາໂດຍໄວ, ຍືນຍົງບົນພື້ນຖານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ, ສືບຕໍ່ເຮັດສຳເລັດລະບອບລະບຽບການເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມ, ມີການຄຸ້ມຄອງຂອງລັດ ພາຍໃຕ້ການຊີ້ນຳນຳພາຂອງພັກ, ສ້າງພື້ນຖານການບໍລິຫານຮັບໃຊ້, ການຄຸ້ມຄອງພາກລັດທີ່ທັນສະໄໝ, ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ມີລະບຽບວິໄນ, ມີຄວາມກ້າວໜ້າ.

ເພື່ອປະຕິບັດສຳເລັດປະລິມານວຽກງານທີ່ໃຫຍ່ຫຼວງໃນໄລຍະສັ້ນ, ທ່ານເລຂາທິການໃຫຍ່ໄດ້ຍົກໃຫ້ເຫັນບັນດາຄວາມຮຽກຮ້ອງທີ່ວາງອອກຢ່າງຈະແຈ້ງນັ້ນແມ່ນ ກຳມະການສູນກາງພັກແຕ່ລະທ່ານຕ້ອງເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ, ສຸມພູມປັນຍາ, ປຶກສາຫາລືຢ່າງມີປະຊາທິປະໄຕ, ກົງໄປກົງມາ, ພາວະວິໄສ ແລະ ມີຄວາມເປີດອົກເປີດໃຈ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ.

Top