• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມໃຫຍ່ຜູ້ແທນຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ XII

ທີ່ການຖະແຫຼງຂ່າວພາຍຫຼັງກອງປະຊຸມໃຫຍ່, ເມື່ອຕອບຄຳຖາມຂອງບັນດາອົງການສື່ມວນຊົນກ່ຽວກັບແຜນການຈັດຕັ້ງຄະນະຊາວໜຸ່ມ ເພື່ອແຜ່ຂະຫຍາຍນ້ຳໃຈເລີ່ມດຳເນີນທຸລະກິດ.
  ອັດກອງປະຊຸມໃຫຍ່ຜູ້ແທນຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ XII  

ວັນທີ 16 ທັນວາ, ກອງປະຊຸມໃຫຍ່ຜູ້ແທນຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ XII ບັນລຸຜົນສຳເລັດຢ່າງຈົບງາມ. ທີ່ການຖະແຫຼງຂ່າວພາຍຫຼັງກອງປະຊຸມໃຫຍ່, ເມື່ອຕອບຄຳຖາມຂອງບັນດາອົງການສື່ມວນຊົນກ່ຽວກັບແຜນການຈັດຕັ້ງຄະນະຊາວໜຸ່ມ ເພື່ອແຜ່ຂະຫຍາຍນ້ຳໃຈເລີ່ມດຳເນີນທຸລະກິດ ໃນໄວໜຸ່ມໃນໄລຍະຈະມາເຖິງ, ທ່ານ ຫງວຽນເຕື່ອງເລີມ, ເລຂາສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ໃຫ້ຮູ້ວ່າ:

“ໃນເອກະສານກອງປະຊຸມໃຫຍ່ອາຍຸການໃໝ່ 2022  2027, ໄດ້ກຳນົດໂຄງການຮ່ວມເດີນທາງພ້ອມກັບຊາວໜຸ່ມໃນການກໍ່ຮ່າງສ້າງຕົວ. ເພື່ອຫັນໂຄງການກະທຳນີ້ເປັນລະອຽດ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈະມີແຜນການໜູນຊ່ວຍຊາວໜຸ່ມເລີ່ມດຳເນີນທຸລະກິດ ດ້ວຍບັນດາມາດຕະການລະອຽດທີ່ສຸດ. ແຫຼ່ງເງິນໜູນຊ່ວຍໃຫ້ຊາວໜຸ່ມເລີ່ມດຳເນີນທຸລະກິດ, ກໍ່ຮ່າງສ້າງຕົວໃນອາຍຸການນີ້ແມ່ນ 15.000 ຕື້ດົ່ງ”.

ພາຍຫຼັງສິ້ນສຸດກອງປະຊຸມໃຫຍ່, ໃນວັນທີ 17 ທັນວາ, ຄະນະຊາວໜຸ່ມແຂວງ, ນະຄອນຕ່າງໆຈະຈັດວັນຊາວໜຸ່ມພ້ອມກັນກະທຳເພື່ອຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຄັ້ງທີ XII, ອາຍຸການ 2022 – 2027.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top