• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ຕາມທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລ້ວ, ກອງປະຊຸມຄັ້ງນີ້ໄດ້ປະຕິບັດສຳເລັດວຽກງານນິຕິບັນຍັດຢ່າງໃຫຍ່ຫຼວງ, ຜ່ານການຮັບຮອງເອົາກົດໝາຍ 06 ສະບັບ, ມະຕິຫົວເລື່ອງສະເພາະ ແລະ ມະຕິຂອງກອງປະຊຸມ 12 ສະບັບ.

ຕາມທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລ້ວ, ກອງປະຊຸມຄັ້ງນີ້ໄດ້ປະຕິບັດສຳເລັດວຽກງານນິຕິບັນຍັດຢ່າງໃຫຍ່ຫຼວງ, ຜ່ານການຮັບຮອງເອົາກົດໝາຍ 06 ສະບັບ, ມະຕິຫົວເລື່ອງສະເພາະ ແລະ ມະຕິຂອງກອງປະຊຸມ 12 ສະບັບ.

ພາຍຫຼັງເຮັດວຽກມາເປັນເວລາ 21 ວັນ, ຕອນບ່າຍວັນທີ 15 ພະຈິກ, ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ອັດລົງທີ່ຫໍປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ. ເຂົ້າຮ່ວມພິທີອັດກອງປະຊຸມ, ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດ, ບັນດາແຂກຖືກເຊີນ.

  ພາບປະກອບ  

ກ່າວຄຳເຫັນທີ່ພິທີອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ກ່ຽວກັບໜ້າທີ່ຂອງຊຸມເດືອນທ້າຍປີ 2022 ແລະ ປີ 2023, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ:

“ສະພາແຫ່ງຊາດເນັ້ນໜັກຄວາມຮຽກຮ້ອງຕ້ອງການຕ້ອງຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ໃນທຸກກໍລະນີ; ສຸມໃສ່ແກ້ໄຂບັນດາຄວາມອ່ອນດ້ອຍ, ສິ່ງຕິດຂັດໃນການປ່ອຍເງິນລົງທຶນສາທາລະນະ, ໃນການແກ້ໄຂບັນດາອົງການສິນເຊື່ອ, ບັນດາໂຄງການ, ວິສາຫະກິດອ່ອນດ້ອຍ, ຫລຸບທຶນ; ການຂາດການສະໜອງນ້ຳມັນໂດຍພື້ນຖານ ແລະ ມີປະສິດທິຜົນ…; ສືບຕໍ່ເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດ, ໄພພິບັດທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ,  ເສີມຂະຫຍາຍນ້ຳໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສູ້ຊົນປະຕິບັດແຜນການປີ 2022  ແລະ 2023 ໃຫ້ບັນລຸໝາກຜົນສູງສຸດ”.

ຕາມທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລ້ວ, ກອງປະຊຸມຄັ້ງນີ້ໄດ້ປະຕິບັດສຳເລັດວຽກງານນິຕິບັນຍັດຢ່າງໃຫຍ່ຫຼວງ, ຜ່ານການຮັບຮອງເອົາກົດໝາຍ 06 ສະບັບ, ມະຕິຫົວເລື່ອງສະເພາະ ແລະ ມະຕິຂອງກອງປະຊຸມ 12 ສະບັບ.

ສະພາແຫ່ງຊາດກໍ່ດຳເນີນການຕິດຕາມກວດກາສູງສຸດເລື່ອງປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປະຕິບັດການປະຢັດ, ຕ້ານການຟຸມເຟືອຍໄລຍະ 2016 – 2021. ໃນຂະນະນັ້ນ, ການເຄື່ອນໄຫວຊັກຖາມສືບຕໍ່ມີການປ່ຽນແປງໃໝ່, ແທດຈິງ, ຂະຫຍັນຂັນເຄື່ອນ. ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ 4 ທ່ານ, ຫົວໜ້າຂະແໜງການ 4 ທ່ານ ແລະ ລັດຖະມົນຕີ 7 ທ່ານ ໄດ້ເຂົ້າຮ່ວມການຕອບຄຳຊັກຖາມ, ອະພິປາຍກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຊື່ອໝັ້ນວ່າ: ດ້ວຍຜົນສຳເລັດຂອງ ກອງປະຊຸມສະໄໝສາມັນເທື່ອທີ 4 , ການເຄື່ອນໄຫວຂອງສະພາແຫ່ງຊາດແນ່ນອນວ່າ ນັບມື້ນັບມີຄຸນນະພາບສູງກ່ວາ, ມີປະຊາທິປະໄຕກ່ວາ, ມີຫົວຄິດປະດິດສ້າງກ່ວາ, ແທດຈິງກ່ວາ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການພັດທະນາຂອງປະເທດຊາດ.

 

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top