• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

      ເຖິງວ່າໄດ້ຫຍໍ້ເວລາເຮັດວຽກລົງເມື່ອທຽບໃສ່ກອງປະຊຸມສະໄໝທ້າຍປີຂອງສະພາແຫ່ງຊາດຊຸດມໍ່ໆມານີ້ກໍ່ຕາມ, ແຕ່ກອງປະຊຸມຍັງຮັບປະກັນຄຸນນະພາບ, ປະສິດທິຜົນ, ຖືກຕ້ອງຕາມຂໍ້ກຳນົດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນອັດກອງປະຊຸມ
(ພາບ: quochoi.vn)
      ພາຍຫຼັງດຳເນີນການເຮັດວຽກມາເປັນເວລາ 16 ວັນ ທີ່ມີປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບສູງ, ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ອັດລົງ ໃນຕອນເຊົ້າວັນທີ 13 ພະຈິກ. ເຂົ້າຮ່ວມວາລະອັດກອງປະຊຸມມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ບັນດາສະມາຊິກສະພາແຫ່ງຊາດ.
        ກອງປະຊຸມຄັ້ງນີ້ຖືກດຳເນີນໃນສະພາບໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ໄດ້ຮັບການຄວບຄຸມໂດຍພື້ນຖານ, ແຕ່ຍັງມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເຖິງວ່າໄດ້ຫຍໍ້ເວລາເຮັດວຽກລົງເມື່ອທຽບໃສ່ກອງປະຊຸມສະໄໝທ້າຍປີຂອງສະພາແຫ່ງຊາດຊຸດມໍ່ໆມານີ້ກໍ່ຕາມ, ແຕ່ກອງປະຊຸມຍັງຮັບປະກັນຄຸນນະພາບ, ປະສິດທິຜົນ, ຖືກຕ້ອງຕາມຂໍ້ກຳນົດ.
        ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດກໍ່ສະຫງວນເວລາຫຼາຍເພື່ອປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນຂອງປະເທດຊາດ, ໃນນັ້ນມີແຜນການພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດປີ 2021; ວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19. ສະພາແຫ່ງຊາດໄດ້ເປັນເອກະພາບສູງເມື່ອຮັບຮອງເອົາມະຕິສະບັບຕ່າງໆກ່ຽວກັບ: ແຜນການພັດທະນາເສດຖະກິດ-ສັງຄົມປີ 2022; ແຜນການສ້າງໂຄງປະກອບພື້ນຖານເສດຖະກິດໄລຍະ 2021 -2025 ຄືນໃໝ່ ແລະ ຫຼາຍເນື້ອໃນສຳຄັນອື່ນອີກ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ໃຫ້ຮູ້ວ່າ:
“ຜ່ານການປຶກສາຫາລື, ສະພາແຫ່ງຊາດສະເໜີໃຫ້ລັດຖະບານ, ທຸກຂັ້ນ, ທຸກຂະແໜງການ ຈົ່ງສຸມໃສ່ປະຕິບັດເປົ້າໝາຍທັງປ້ອງກັນ, ຕ້ານໂລກລະບາດ, ຮັບມືຢ່າງປອດໄພ, ມີໄຫວພິບ, ທັງພື້ນຟູການພັດທະນາເສດຖະກິດ - ສັງຄົມຢ່າງມີປະສິດທິຜົນ. ຮີບເຮັ່ງກໍ່ສ້າງ ແລະ ຈັດຕັ້ງການປະຕິບັດໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມຢ່າງຂ້ຽວຂາດ ດ້ວຍມາດຕະການ, ກົນໄກບຸກທະລຸ, ມີຈຸດສຸມ, ຈຸດໃຈກາງ ສາມາດເປັນໄປໄດ້; ສ້າງບ້ວງນະໂຍບາຍປີການເງິນ ແລະ ເງິນຕາ ເພື່ອໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຕົກລົງໂດຍໄວ”.
        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕີລາຄາວ່າຜ່ານ 2 ມື້ເຄິ່ງທີ່ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ສະມາຊິກລັດຖະບານ ບາງທ່ານ ໄດ້ມີຄຳຕອບຢ່າງກົງໄປກົງມາ, ຖືກຈຸດ, ເຮັດແຈ້ງມາດຕະການບໍລິຫານເສດຖະກິດ - ສັງຄົມ, ໄດ້ຮັບຄວາມເຫັນດີເຫັນພ້ອມສູງຈາກສະມາຊິກສະພາແຫ່ງຊາດ, ກໍຄືຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ແລະ ຈາກຫາງສຽງສັງຄົມ. ຕີລາຄາລວມກ່ຽວກັບກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ຢືນຢັນວ່າ:
        “ອາດເວົ້າໄດ້ວ່າ, ຜົນສຳເລັດຂອງກອງປະຊຸມສະໄໝນີ້ ສືບຕໍ່ເປັນການຢັ້ງຢືນບັນດາບາດກ້າວສຳຄັນໃນການສ້າງສະພາແຫ່ງຊາດໃຫ້ “ເປັນເຈົ້າການ, ມີສະຕິປັນຍາ, ມີຄວາມສາມັກຄີ, ປ່ຽນແປງໃໝ່ ແລະ ມີຄວາມຮັບຜິດຊອບ”, ສະພາແຫ່ງຊາດນັບມື້ນັບມີປະຊາທິປະໄຕ, ເປີດເຜີຍ, ກະຈ່າງແຈ້ງ, ຕິດພັນກັບຜູ້ມີສິດເລືອກຕັ້ງ, ປະຊາຊົນຢ່າງສະໜິດແໜ້ນ; ພ້ອມທັງແມ່ນຕົວແທນຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ”.
        ພາຍຫຼັງພິທີອັດ, ໄດ້ດຳເນີນການປະຊຸມຂ່າວແຈ້ງໝາກຜົນກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ທີ່ການປະຊຸມຂ່າວນີ້, ກ່ຽວຂ້ອງເຖິງບັນດາການປ່ຽນແປງໃໝ່ຂອງວາລະຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານເລຂານຸການໃຫຍ່ສະພາແຫ່ງຊາດ ບຸຍວັນເກື່ອງ ໃຫ້ຮູ້ວ່າ: ການເຄື່ອນໄຫວຊັກຖາມມີ 2 ຈຸດໃໝ່ນັ້ນແມ່ນ: ສະພາແຫ່ງຊາດຍົກອອກມະຕິຊັກຖາມ ແລະ ຕອບຄຳຊັກຖາມ ມີຈຸດສຸມ, ມີກຳນົດເວລາ… ທີ 2 ແມ່ນການຊັກຖາມໄດ້ສົມທົບແບບໂດຍກົງ ແລະ ທາງໄກຢູ່ຫໍປະຊຸມ, ເໝາະສົມກັບສະພາບການໃນປະຈຸບັນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top