• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

      ວັນທີ 19 ເມສາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ກອງປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດໄດ້ອັດລົງ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນອັດກອງປະຊຸມຄັ້ງທີ 33 (ພາບ:daibieunhandan.vn)
      ກ່າວຄຳເຫັນອັດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ ດ້ວຍຈິດໃຈເຮັດວຽກຢ່າງມີຄວາມຮັບຜິດຊອບສູງ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະຕິບັດສຳເລັດລາຍການທີ່ໄດ້ວາງອອກ, ໃນນັ້ນ ມີການດັດແປງເນື້ອໃນບາງຢ່າງ. ທ່ານນາງປະທານສະພາແຫ່ງຊາດສະເໜີວ່າ ພາຍຫລັງກອງປະຊຸມ, ລັດຖະບານ, ບັນດາກຳມາທິການຂອງສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ, ບັນດາອົງການ, ອົງກອນທີ່ກ່ຽວຂ້ອງ ຈະອີງໃສ່ການສະຫລຸບຂອງຄະນະປະຈຳສະພາແຫ່ງຊາດ ຮັບເອົາຄຳເຫັນ, ປັບປຸງບັນດາຮ່າງກົດໝາຍ, ຮ່າງມະຕິ, ບັນດາບົດລາຍງານຕິດຕາມກວດກາຢ່າງຮີບດ່ວນ ເພື່ອສົ່ງໃຫ້ສະມາຊິກສະພາແຫ່ງຊາດ; ພ້ອມທັງ ປັບປຸງຮ່າງມະຕິໃຫ້ສົມບູນແບບເພື່ອເຊັນປະກາດໃຊ້. ເລຂາທິການໃຫຍ່ສະພາແຫ່ງຊາດຈະຮັບເອົາ, ປັບປຸງການຄາດຄະເນລາຍການກອງປະຊຸມສະໄໝສາມັນເທື່ອທີ 7 ໃຫ້ສົມບູນແບບ ເພື່ອຍື່ນຂໍຄຳເຫັນຈາກສະມາຊິກສະພາແຫ່ງຊາດຄືນໃໝ່ໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top