• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 27 ຄະນະປະຈຳສະພາແຫ່ງຊາດຫວຽດນາມ

      ຕອນບ່າຍວັນທີ 20 ກັນຍາ ກອງປະຊຸມຄັ້ງທີ 27 ຂອງ ຄະນະປະຈຳສະພາແຫ່ງຊາດ ໄດ້ອັດລົງ. ພາຍຫລັງເຮັດວຽກມາເປັນເວລາ 9 ວັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ສຳເລັດກອງປະຊຸມຄັ້ງທີ 27 ເພື່ອໃຫ້ຄຳເຫັນໃສ່ ຮ່າງກົດໝາຍ 9 ສະບັບ, ດ້ວຍຫລາຍເນື້ອໃນສຳຄັນ ແລະ ຮັບຮອງເອົາບາງມະຕິກ່ຽວກັບບັນດາບັນຫາຂຶ້ນກັບສິດອຳນາດ.
ກ່າວຄຳເຫັນອັດກອງປະຊຸມ, ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ສະເຫນີ ລັດຖະບານ, ຄະນະປະຈຳ ບັນດາກຳມາທິການຂອງສະພາແຫ່ງຊາດ, ເລຂານຸການສະພາແຫ່ງຊາດ ແລະ ບັນດາອົງການກ່ຽວຂ້ອງ ຈົ່ງຄົ້ນຄ້ວາ, ຮັບເອົາຄຳເຫັນທີ່ກອງປະຊຸມ ສືບຕໍ່ສຳເລັດບັນດາບົດລາຍງານ, ຮ່າງກົດໝາຍເພື່ອປະຕິບັດບັນດາຂັ້ນຕອນຕໍ່ໄປ ຫລື ສົ່ງເຖິງບັນດາສະມາຊິກສະພາແຫ່ງຊາດ ກ່ອນດຳເນີນສະໄຫມປະຊຸມຄັ້ງຕໍ່ໄປ, ພ້ອມທັງສ້າງສຳເລັດຮ່າງບັນດາມະຕິເພື່ອຍື່ນສະເຫນີເຊັນປະກາດໃຊ້.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top