• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັງ​ກິດ​ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຂອງ ຫວຽດ​ນາມ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາສູງ ອັງກິດ John Mcfall ແລະ ທ່ານ ປະທານສະພາຕ່ຳ Linsay Hoyle, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການໃນລະຫວ່າງວັນທີ 28 - 30 ມິຖຸນາ.

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາສູງ ອັງກິດ John Mcfall ແລະ ທ່ານ ປະທານສະພາຕ່ຳ Linsay Hoyle, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການໃນລະຫວ່າງວັນທີ 28 - 30 ມິຖຸນາ.

    

ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາຕ່ຳ Linsay Hoyle

ຕອນເຊົ້າວັນທີ 29 ມິຖຸນາ, ພິທີຕ້ອນຮັບປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ດຳເນີນຢູ່ນະຄອນຫຼວງ ລອນດອນ ພາຍໃຕ້ການເປັນປະທານຂອງທ່ານປະທານສະພາຕ່ຳ Linsay Hoyle. ພາຍຫຼັງພິທີຕ້ອນຮັບ ສອງຝ່າຍໄດ້ດຳເນີນການພົບປະເຈລະຈາ.

ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ແຈ້ງໃຫ້ຝ່າຍອັງກິດຊາບກ່ຽວກັບສະພາບການຫວຽດນາມ ໃນປັດຈຸບັນ. ຍ້ອນສາມາດຄວບຄຸມພະຍາດໂຄວິດ -19 ໄດ້ເປັນຢ່າງດີ, ຫວຽດນາມ ໄດ້ເປີດປະຕູຄືນໃໝ່ໂດຍໄວ, ຟື້ນຟູ ແລະ ພັດທະນາເທື່ອລະກ້າວດ້ວຍທ່າເຕີບໂຕເປັນບວກ ນັບທັງໃນໄລຍະເກີດພະຍາດໂຄວິດ - 19, ສູ້ຊົນບັນລຸ GDP ໃຫ້ໄດ້ສູງກ່ວາ 7% ໃນປີນີ້, ຮັກສາໄພເງິນເຟີ້ໃຫ້ຢູ່ລະດັບຕ່ຳ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ອັງກິດແມ່ນປະເທດມະຫາອຳນາດມີການພັດທະນາທົ່ວໂລກ, ມີ່ທີ່ຕັ້ງສຳຄັນໃນນະໂຍບາຍການທູດຂອງ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນອັງກິດ ຍູ້ແຮງການຮ່ວມມືກັບ ອາຊຽນ, ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ອັງກິດ ເປີດກວ້າງການຮ່ວມມື ກັບບັນດາປະເທດ ອາຊຽນ, ທ່ານສະເໜີໃຫ້ອັງກິດສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ.

        ທ່ານປະທານສະພາຕ່ຳອັງກິດ Linsay Hoyle ຫວັງວ່າ ຫວຽດນາມ ຈະເສີມຂະຫຍາຍບົດບາດ, ສຽງເວົ້າສຳຄັນຢູ່ເວທີປາໄສຫຼາຍຝ່າຍ ແລະ ໃນບັນຫາທີ່ມີຄວາມໝາຍທົ່ວໂລກ ໃນນັ້ນມີການຮັກສາຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່.

(ແຫຼ່ງຄັດຈາກ VOV)

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ ດີສຸດຢູ່ ຫວຽດນາມ

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ “ດີສຸດຢູ່ ຫວຽດນາມ”

ຫວ່າງແລ້ວນີ້ ວາລະສານທ່ອງທ່ຽວ ອາເມລິກາ CnTraveler ໃຫ້ຮູ້ວ່າ: ມີໂຮງແຮມ ຫວຽດນາມຫລາຍແຫ່ງໄດ້ຄັດເລືອກເຂົ້າບັນຊີລາຍຊື່ແຖວຫນ້າໂລກຂອງວາລະສານນີ້.

Top