ວັນທີ 20 ພຶດສະພາ, ອັງກິດບັນລຸໄດ້ຂໍ້ຕົກລົງທາງການຄ້າກັບ 6 ປະເທດຂຶ້ນກັບສະພາຮ່ວມມືເຂດອ່າວ (GCC), ລວມມີ: ບາເຣນ, ກູເວດ, ໂອມານ, ກາຕາ, ອາຣັບບິ ຊາອຸດິດ ແລະ ສະຫະລັດ ອາຣັບເອມີເລດ (UAE). ນີ້ກໍ່ແມ່ນຂໍ້ຕົກລົງສະບັບທຳອິດຕາມແບບວິທີນີ້ລະຫວ່າງ GCC ແລະ ປະເທດຂຶ້ນກັບກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7). ທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ ພັນລະນາຂໍ້ຕົກລົງນີ້ ວ່າ ມູນຄ່າທົບສອງເທົ່າເມື່ອທຽບກັບ ການຄິດໄລ່ເບື້ອງຕົ້ນ ແມ່ນໄຊຊະນະຍິງໃຫຍ່ສຳລັບວິສາຫະກິດອັງກິດ ກໍ່ຄືຜູ້ອອກແຮງງານ, ເຊິ່ງເປັນບັນດາຜູ້ຄົນຈະຮູ້ສຶກໄດ້ຮັບຜົນປະໂຫຍດໃນຊຸມປີຈະມາເຖິງ ຜ່ານລະດັບເງິນເດືອນທີ່ສູງກວ່າ ແລະ ມີຫຼາຍໂອກາດກວ່າ. ຄາດວ່າຂໍ້ຕົກລົງນີ້ ຈະປະກອບສ່ວນເງິນຕື່ມອີກ 3,7 ຕື້ປອນອັງກິດ (ປະມານ 4,95 ຕື້ USD) ເຂົ້າໃນພື້ນຖານເສດຖະກິດ ອັງກິດໃນແຕ່ລະປີ ແລະ 1,9 ຕື້ປອນອັງກິດ (ປະມານ 2,5 ຕື້ USD) ເງິນເດືອນໄລຍະຍາວ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງວິສາຫະກິດ ແລະ ຜູ້ອອກແຮງງານ.







