ການຝືກຊ້ອມ PRAGATI-I ມີການເຂົ້າຮ່ວມຂອງນາຍທະຫານ 450 ຄົນ ທີ່ຕາງໜ້າໃຫ້ແກ່ 13 ປະເທດ, ໃນນັ້ນມີ ຫວຽດນາມ.
ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດສົ່ງຄະນະດ້ວຍນາຍທະຫານເຂົ້າຮ່ວມການຝຶກຊ້ອມ (ພາບ: ກົມຮັກສາສັນຕິພາບ ຫວຽດນາມ)
ພິທີໄຂການຝຶກຊ້ອມຫຼາຍຝ່າຍກ່ຽວກັບການຮັກສາສັນຕິພາບ “ຄູ່ຮ່ວມມືກອງທັບພາກພື້ນເພື່ອການພັດທະນາ ແລະ ການປ່ຽນແປງໃໝ່ຢູ່ພາກພື້ນມະຫາສະໝຸດອິນເດຍ ຄັ້ງທີ 1” (PRAGATI-I) ໂດຍທະຫານບົກ ອິນເດຍ ເປັນປະທານ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາ, ຢູ່ສູນຝຶກຊ້ອມການທະຫານ Umroi, ລັດ Meghalaya, ອິນເດຍ.
ການຝືກຊ້ອມ PRAGATI-I ມີການເຂົ້າຮ່ວມຂອງນາຍທະຫານ 450 ຄົນ ທີ່ຕາງໜ້າໃຫ້ແກ່ 13 ປະເທດ, ໃນນັ້ນມີ ຫວຽດນາມ. ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດສົ່ງ 02 ຄະນະດ້ວຍນາຍທະຫານ 43 ຄົນເຂົ້າຮ່ວມການຝຶກຊ້ອມ. ການຝຶກຊ້ອມນີ້ໄດ້ຈັດຂຶ້ນແຕ່ວັນທີ 18 ພຶດສະພາ - 01 ມິຖຸນາ 2026 ຢູ່ສູນຝຶກຊ້ອມການທະຫານ Umroi, ລັດ Meghalaya, ອິນເດຍ ດ້ວຍ 3 ໄລຍະ.
ເລື່ອງກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມ ການຝືກຊ້ອມ PRAGATI-I ຕາມຄຳເຊື້ອເຊີນຂອງກອງທັບ ອິນເດຍ ແມ່ນໂອກາດເພື່ອໃຫ້ກຳລັງຮັກສາສັນຕິພາບສະຫະປະຊາຊາດຂອງກອງທັບປະຊາຊົນ ຫວຽດນາມ ຍົກສູງລະດັບວິຊາສະເພາະ, ຝຶກແອບກຳລັງສົມທົບກັນໃນສະພາບແວດລ້ອມນາໆຊາດ, ວັດທະທຳຫຼາຍຮູບຫຼາຍແບບຂອງການຮັກສາສັນຕິພາບສະຫະປະຊາຊາດ. ຜ່ານນັ້ນ, ກໍ່ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ອິນເດຍ ເລິກເຊິ່ງກວ່າເກົ່າ ແລະ ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງກຳລັງຂອງບັນດາປະເທດທີ່ເຂົ້າຮ່ວມການຝຶກຊ້ອມ.
(ແຫຼ່ງຄັດຈາກ VOV)