ວົງເງິນການຄ້າ 2 ສົ້ນຍາມໃດກໍ່ບັນລຸກວ່າ 1,1 ຕື້ USD ແລະ 2 ປະເທດພວມສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 2 ຕື້ USD ໃນຊຸມປີຈະມາເຖິງ.
ທີ່ເວທີປາໄສ (ພາບ: VNA) ວັນທີ 19 ພຶດສະພາ, ຢູ່ນະຄອນຫຼວງ Dhaka ຂອງ ບັງກະລາເທດ, ກະຊວງອຸດສາຫະກຳການຄ້າ
ວັນທີ 19 ພຶດສະພາ, ຢູ່ນະຄອນຫຼວງ Dhaka ຂອງ ບັງກະລາເທດ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ສົມທົບກັບສະຖານທູດ ແລະ ສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ບັງກະລາເທດ ຈັດເວທີປາໄສແລກປ່ຽນການຄ້າວິສາຫະກິດ ຫວຽດນາມ - ບັງກະລາເທດ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນແມ້ງເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບັງກະລາເທດ ໃຫ້ຮູ້ວ່າ ວົງເງິນການຄ້າ 2 ສົ້ນຍາມໃດກໍ່ບັນລຸກວ່າ 1,1 ຕື້ USD ແລະ 2 ປະເທດພວມສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 2 ຕື້ USD ໃນຊຸມປີຈະມາເຖິງ. ທ່ານກໍ່ສະເໜີໃຫ້ວິສາຫະກິດ ຫວຽດນາມ ມີຄວາມສົນໃຈຊອກຫາ ແລະ ເປີດກວ້າງການນຳເຂົ້າບັນດາສິນຄ້າທີ່ມີທ່າແຮງຂອງ ບັງກະລາເທດ ເພື່ອແນໃສ່ຫຼຸດຜ່ອນການຂາດດຸນການຄ້າ ແລະ ຊຸກຍູ້ການແລກປ່ຽນການຄ້າ 2 ຝ່າຍໃຫ້ພັດທະນາມີຄວາມດຸ່ນດ່ຽງ, ຍືນຍົງກວ່າ.
ບັນດາການເຄື່ອນໄຫວເຮັດວຽກ 2 ຝ່າຍ ແລະ ເຊື່ອມຕໍ່ຕາມຂະແໜງສິນຄ້າ ໄດ້ຜັນຂະຫຍາຍໃນວັນທີ 19 – 20 ພຶດສະພາ ເພື່ອໜູນຊ່ວຍວິສາຫະກິດ 2 ປະເທດແລກປ່ຽນ ແລະ ຊອກຫາໂອກາດຮ່ວມມື.
(ແຫຼ່ງຄັດຈາກ VOV)