• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັງກິດລົງນາມໃນອະນຸສັນຍາເຂົ້າຮ່ວມ CPTPP ຢ່າງເປັນທາງການ - ໂອກາດຊຸກຍູ້ການເຕີບໂຕດ້ານການຄ້າລະຫວ່າງ ອັງກິດ ແລະ ຫວຽດນາມ

ຕອນເຊົ້າວັນທີ 16 ກໍລະກົດນີ້, ຢູ່ນະຄອນ Auckland, ປະເທດນິວຊີແລນ, ທ່ານລັດຖະມົນຕີກະຊວງທຸລະກິດ ແລະ ການຄ້າອັງກິດ Kemi Badenoch ໄດ້ລົງນາມຂໍ້ຕົກລົງເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ
ພິທີລົງນາມໃນຂໍ້ຕົກລົງຢູ່ນິວຊີແລນ

ເຂົ້າຮ່ວມການລົງນາມໃນສັນຍາດັ່ງກ່າວມີທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນຮົ່ງຢຽນ, ລັດຖະມົນຕີການຄ້າ ນິວຊີແລນ Damien O'Connor, ລັດຖະມົນຕີການຄ້າການາດາ Mary Ng, ລັດຖະມົນຕີການຟື້ນຟູເສດຖະກິດ ຍີ່ປຸ່ນ Goto Shigeyuki ແລະ ຮອງລັດຖະມົນຕີການຄ້າ ອົດສະຕາລີ Tim Ayres.

ໂດຍເປັນສ່ວນໜຶ່ງຂອງ CPTPP ໝາຍຄວາມວ່າ  ກວ່າ 99% ປະລິມານສິນຄ້າສົ່ງອອກຂອງອັງກິດສົ່ງໄປຍັງບັນດາປະເທດ CPTPP ໃນປະຈຸບັນ ຈະຖືກເສຍພາສີດ້ວຍລະດັບ 0, ສັນຍາດັ່ງກ່າວສ້າງກາລະໂອກາດໃໝ່ໃຫ້ບັນດາວິສາຫະກິດ ອັງກິດ, ປະກອບສ່ວນຊຸກຍູ້ການເຕີບໂຕດ້ານການຄ້າລະຫວ່າງ ອັງກິດ ກັບບັນດາປະເທດສະມາຊິກ; ລວມທັງຫວຽດນາມ. ທ່ານເອກອັກຄະລັດຖະທູດອັງກິດ ປະຈຳ ຫວຽດນາມ Iain Frew ໃຫ້ຮູ້ວ່າ:

“ສິ່ງດັ່ງກ່າວຈະຊ່ວຍເພີ່ມທະວີດ້ານການຄ້າລະຫວ່າງຫວຽດນາມ ແລະ ອັງກິດ. CPTPP ຈະຊ່ວຍໃຫ້ວິສາຫະກິດຂອງສອງປະເທດໄດ້ແລກປ່ຽນຄ້າຂາຍຢ່າງສະດວກກວ່າເກົ່າ. ພ້ອມທັງຊ່ວຍພວກເຮົາສ້າງລະບຽບການການຄ້າທີ່ກ້າວຫນ້າໃນອະນາຄົດ. ສິ່ງດັ່ງກ່າວສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອັງກິດ ແລະ ຫວຽດນາມ ນັບມື້ນັບເລິກເຊິ່ງຍິ່ງໆຂຶ້ນ

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top