• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະນາຄົດຂອງພາກພື້ນ APEC ແມ່ນອະນາຄົດຂອງ ຫວຽດນາມ

      ອະນາຄົດຂອງພາກພື້ນ APEC ແມ່ນອະນາຄົດຂອງ ຫວຽດນາມ - ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກຄືແນວນັ້ນໃນບົດກ່າວປາໄສທີ່ວາລະໄຂກອງປະຊຸມຄົບຄະນະຄັ້ງທີ 24 ສະພາຮ່ວມມືດຳເນີນທຸລະກິດ APEC, ຊຶ່ງຈັດຕັ້ງໃນຕອນເຊົ້າວັນທີ 15 ພຶດສະພາ ຢູ່ຮ່າໂນ້ຍ.
ທ່ານຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ
      ກອງປະຊຸມສະພາຮ່ວມມືດຳເນີນທຸລະກິດ APEC ແມ່ນວາລະປະຊຸມສຳຄັນໃນຂອບເຂດບັນດາການເຄື່ອນໄຫວກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 ພວມຈັດຂຶ້ນຢູ່ ຮ່າໂນ້ຍ.
        ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນຕາງໜ້າໃຫ້ 21 ພື້ນຖານເສດຖະກິດສະມາຊິກໄດ້ປຶກສາຫາລືບັນດາເນື້ອໃນຈຸດສຸມ, ໃຫ້ຄຳຕອບແກ່ບັນດາບັນຫາ: ທິດທາງພັດທະນາຂອງ ອາຊີ - ປາຊີຟິກ ໃນຊຸມທົດສະວັດຈະມາເຖິງ, APEC ຕ້ອງສືບຕໍ່ເຮັດແນວໃດເພື່ອເຕີບໂຕກວມລວມ, ໝັ້ນຄົງ ແລະ ມີຫົວຄິດປະດິດສ້າງໃນສັກກະຫຼາດ ດີຈີຕອນ… ທີ່ກອງປະຊຸມ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໃຫ້ຮູ້ວ່າ:
        “ໂດຍນອນໃນໃຈກາງຂອງພາກພື້ນ ອາຊີ - ປາຊີຟິກ, ຫວຽດນາມ ໄດ້ຍູ້ແຮງການປ່ຽນໃໝ່ຮອບດ້ານ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກ້ວາງຂວາງ ແລະ ຕັ້ງໜ້າຜັນຂະຫຍາຍນະໂຍບາຍພົວພັນຕ່າງປະເທດຫຼາຍຝ່າຍ. ພາກພື້ນ ອາຊີ - ປາຊີຟິກ ຍາມໃດກໍ່ແມ່ນຈຸດສຸມໃນນະໂຍບາຍພົວພັນຕ່າງປະເທດຂອງ ຫວຽດນາມ. ອະນາຄົດຂອງພາກພື້ນ ແມ່ນອະນາຄົດຂອງ ຫວຽດນາມ. ບັນດາຂໍ້ສະເໜີແນະ ແລະ ຄຳເຫັນຂອງພວກທ່ານໃນມື້ນີ້ ຈະປະກອບສ່ວນສຳຄັນເຂົ້າວິວັດທະນາການຈິນຕະນາການ ແລະ ການຮ່ວມມື APEC ຮອດປີ 2020 ແລະ ອະນາຄົດ.”
 (ແຫຼ່ງຄັດຈາກ VOV)
 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top